ທະນາຄານໂລກຮັບຮອງເອົາບ້ວງສິນເຊື່ອ 100 ລ້ານ USD ໜູນຊ່ວຍ ຫວຽດນາມ ຫລຸດຜ່ອນຄວາມທຸກຍາກ
(ພາບປະກອບ)
(vovworld) – ທະນາຄານໂລກ ປະຈຳຫວຽດນາມ ໃຫ້ຮູ້ວ່າ ຄະນະຜູ້ອຳນວຍການຝ່າຍບໍລິຫານຂອງທະນາຄານໂລກ ໄດ້ຮັບຮອງເອົາບ້ວງສິນເຊື່ອເພີ່ມເຕີມ 100 ລ້ານ USD ໃຫ້ໂຄງການຫລຸດຜ່ອນຄວາມທຸກຍາກຢູ່ 6 ແຂວງເຂດພູດອຍທາງທິດເໜືອ ເຊິ່ງລວມມີ: ຮ່ວາບີ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ, ອຽນບ໋າຍ ເພື່ອແນໃສ່ໜູນຊ່ວຍປັບປຸງລະດັບຄອງຊີບຂອງປະຊາຊົນ. ບ້ວງການເງິນເພີ່ມເຕີມດັ່ງກ່າວຈະປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມຫລຸດຜ່ອນຄວາມທຸກຍາກຂອງລັດຖະບານຜ່ານການຍົກສູງກຳລັງຄວາມສາມາດຂອງອຳນາດການປົກຄອງ ແລະ ວົງຄະນະຍາດທ້ອງຖິ່ນ, ເພີ່ມທະວີສຳພັດກັບການລົງທຶນ, ປັບປຸງສະມັດຕະພາບການອອກແຮງງານ, ຍົກສູງຄວາມສາມາດສ້າງແຜນການລົງທຶນວົງຄະນະຍາດ, ເພີ່ມທະວີການເຊື່ອມຈອດກັບຕະຫຼາດ ແລະ ຫົວຄິດປະດິດສ້າງດຳເນີນທຸລະກິດ ເພື່ອໃຫ້ບັນດາວົງຄະນະຍາດໄດ້ຊົມໃຊ້ຜົນປະໂຫຍດຈາກໂຄງການ. ໂຄງການດັ່ງກ່າວຈະສຸມໃສ່ເປີດກ້ວາງການໜູນຊ່ວຍຫລຸດຜ່ອນຄວາມທຸກຍາກຢູ່ 6 ແຂວງທີ່ໄດ້ຮັບການລົງທຶນ ພ້ອມທັງເປີດກ້ວາງຕື່ມອີກຢູ່ບັນດາເມືອງ ແລະ ວົງຄະນະຍາດໃໝ່. ໂຄງການດັ່ງກ່າວກໍ່ຈະເພີ່ມທະວີກຳລັງຄວາມສາມາດການສ້າງແຜນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ຍູ້ແຮງການເຂົ້າຮ່ວມຂອງວົງຄະນະຍາດເຂົ້າລາຍການຫລຸດຜ່ອນຄວາມທຸກຍາກແຫ່ງຊາດຂອງລັດຖະບານ ດ້ວຍຈຸດສຸມແມ່ນເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງບັນດາກຸ່ມຄອບຄົວກະສິກຳ ແລະ ບັນດາວິສາຫະກິດກະສິກຳ.