ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi
(ພາບ: AFP)
|
(vovworld) - ວັນທີ 9/4, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ອອກຈາກນິວເດລີ, ເລີ່ມຕົ້ນການຢ້ຽມຢາມຝລັ່ງ, ໃນການປະຕິບັດງານຢູ່ສາມປະເທດ ຝລັ່ງ, ເຢຍລະມັນ, ການາດາ ເປັນເວລາ 7 ວັນ. ແຫຼ່ງຂ່າວຈາກລັດຖະບານອິນເດຍ ໃຫ້ຮູ້ວ່າ, ເສດຖະກິດ - ການຄ້າ, ການລົງທຶນແມ່ນເນື້ອໃນຕົ້ນຕໍໃນການຢ້ຽມຢາມຝລັ່ງ ຂອງ ທ່ານ ນາຍົກລັດຖະມົນຕີ Narendra Modi, ທ່ານກໍ່ຈະມີການເຈລະຈາກັບປະທານາທິບໍດີຝລັ່ງ Francois Hollande ກ່ຽວກັບບັນຫາຄວາມໝັ້ນຄົງ, ພິເສດແມ່ນໄພຂົ່ມຂູ່ຈາກກຸ່ມລັດອິດສະລາມ (IS), ບັນຫາອີຣານ, ການລົງທຶນໃນຂົງເຂດປ້ອງກັນຊາດ…
ໃນການຢ້ຽມຢາມເຢຍລະມັນ, ທ່ານນາຍົກລັດຖະມົນຕີ Narendra Modi ຈະພ້ອມກັບທ່ານນາງນາຍົກລັດຖະມົນຕີ Angela Markel ເປີດສະຫຼອງງານຕະຫຼາດນັດວາງສະແດງ Hannover Messe – 2015 ໃນວັນທີ 12/4. ນາຍົກລັດຖະມົນຕີທັງສອງທ່ານກໍ່ຈະປຶກສາຫາລືສອງຝ່າຍໃນວັນທີ 13/4.
ຢູ່ການາດາ, ທ່ານ ນາຍົກລັດຖະມົນຕີ Narendra Modiຄາດວ່າຈະລົງນາມໃນສັນຍາສຳຄັນ 2 ສະບັບນັ້ນແມ່ນ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ແລະ ສັນຍາການຄ້າກ່ຽວກັບການສະໜອງເຊື້ອເພີງນິວຄະເລຍ.