ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຊົມ​ເຊີຍ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2040 ຂອງ ອົດ​ສະ​ຕາ​ລີ

(VOVWORLD) -  ຕອນເຊົ້າວັນທີ 11 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຜັນຂະຫຍາຍຍຸດທະສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ປີ 2040 ຂອງ ອົດສະຕາລີ ຄົບຮອບ 1 ປີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຊົມ​ເຊີຍ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2040 ຂອງ ອົດ​ສະ​ຕາ​ລີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ (ພາບ: TTXVN)

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງຍຸດທະສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ 2040 ຂອງ ອົດສະຕາລີ, ພ້ອມທັງເນັ້ນໜັກວ່າ ການພັດທະນາຂອງ ອາຊຽນ ບໍ່ສາມາດຂາດການປະກອບສ່ວນຢ່າງຕັ້ງໜ້າຂອງ ອົດສະຕາລີ, ພິເສດແມ່ນຂອງບັນດາວິສາຫະກິດເອກະຊົນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົດສະຕາລີ ເອົາໃຈໃສ່ເປີດກວ້າງການຮ່ວມມືດ້ານການສຶກສາບຳລຸງສ້າງ, ການຮ່ວມມືດ້ານແຮງງານ ແລະ ຮ່ວມມືຊາວໜຸ່ມ ເພື່ອແນໃສ່ສ້າງບາດກ້າວບຸກທະລຸໃໝ່ໃຫ້ແກ່ການພົວພັນເສດຖະກິດ ອາຊຽນ - ອົດສະຕາລີ ໃນຊຸມປີຈະມາເຖິງ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ ທີ່ສ້າງຕັ້ງໃນປີ 2021.  

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres. ນະທີ່ນີ້, ສອງຝ່າຍໄດ້ຕົກລົງເຫັນດີເພີ່ມທະວີການພົວພັນ ອາຊຽນ - ສປຊ; ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງ ອາຊຽນ, ຊຸກຍູ້ການເຈລະຈາ, ການຮ່ວມມືໃນສະພາບການໂລກ ແລະ ພາກພື້ນທີ່ພວມມີການຜັນແປໄປຢ່າງສັບສົນ ດ້ວຍຂໍ້ຂັດແຍ້ງ, ການປະທະກັນຫຼາຍຢ່າງພວມເກີດຂຶ້ນ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ