ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບໄພແຫ້ງແລ້ງ ແລະ ນ້ຳທະເລຊືມ
(VOVWORLD) - ຕອນບ່າຍວັນທີ 8 ມີນາ, ຢູ່ແຂວງເບັ໊ນແຈ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບໄພແຫ້ງແລ້ງ ແລະ ນ້ຳທະເລຊືມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກ (ພາບ:VGP) |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ເດືອນກັນຍາ ປີ 2019, ລັດຖະບານໄດ້ມີກອງປະຊຸມທີ່ສຳຄັນຢູ່ແຂວງຕ່ຽນຢາງ ເພື່ອເຜີຍແຜ່ເນື້ອໃນຈິດໃຈຊີ້ນຳຂອງລັດຖະບານກ່ຽວກັບການຮັບມືກັບສະພາບໄພແຫ້ງແລ້ງ, ນ້ຳທະເລຊືມຢ່າງໜັກໜ່ວງທີ່ສຸດ ຢູ່ເຂດທົ່ງພຽງແມ່ນ້ຳຂອງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ປີນີ້ ໄພແຫ້ງແລ້ງ ແມ່ນຮ້າຍແຮງກວ່າປີ 2016 ດັ່ງນັ້ນ ຄວາມເສຍຫາຍຂອງປະຊາຊົນແມ່ນໃຫຍ່ຫຼວງຢູ່. ສະພາບຂາດແຄນນ້ຳຈືດໃນຊີວິດປະຈຳວັນ ແລະ ນ້ຳຮັບໃຊ້ການຜະລິດໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳບັນດາຜູ້ແທນຈົ່ງປຶກສາຫາລືບັນດາມາດຕະການໂດຍພື້ນຖານ, ຍາວນານ ເພື່ອວາງອອກແຜນການໃຫ້ແກ່ 5 ປີ ຈະມາເຖິງ, ກ່ອນອື່ນໝົດ ແມ່ນຕ້ອງແກ້ໄຂການຂາດແຄນນ້ຳດື່ມ, ຮັບປະກັນມາດຕະຖານໃຫ້ແກ່ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.