ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ

(VOVWORLD) -  ທ່ານປະທານປະເທດປາດຖະໜາວ່າ ດ້ວຍບົດບາດເປັນຜູ້ຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະປະກອບສ່ວນແຜ່ກະຈາຍ, ໂຄສະນາພາບພົດປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ; ພ້ອມທັງເຮັດວຽກງານປະຊາຄົມໃຫ້ເປັນຢ່າງດີ...
ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ - ảnh 1ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: VOV)

   ຕອນບ່າຍວັນທີ 16 ມັງກອນ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງປະເທດ ສສ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2025-2028 ລວມ 16 ທ່ານ.

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ - ảnh 2 (ພາບ: VOV)

   ມອບຂໍ້ຕົກລົງແຕ່ງຕັ້ງ ແລະ ມອບໜ້າທີ່ໃຫ້ບັນດາທ່ານເອກອັກຄະລັດຖະທູດ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ບັນດາທ່ານຕ້ອງຜັນຂະຫຍາຍ ການທູດຮັບໃຊ້ການພັດທະນາເສດຖະກິດເປັນຢ່າງດີ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຫັນເປົ້າໝາຍເຕີບໂຕ 2 ຕົວເລກໃນອາຍຸການຈະມາເຖິງໃຫ້ປະກົດຜົນເປັນຈິງ. ທ່ານຍັງປາດຖະໜາວ່າ ດ້ວຍບົດບາດເປັນຜູ້ຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະປະກອບສ່ວນແຜ່ກະຈາຍ, ໂຄສະນາພາບພົດປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ; ພ້ອມທັງເຮັດວຽກງານປະຊາຄົມໃຫ້ເປັນຢ່າງດີ ນັ້ນແມ່ນສາມັກຄີ, ເຕົ້າໂຮມປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປົກປ້ອງສິດ, ຜົນປະໂຫຍດອັນສອບທຳຂອງພົນລະເມືອງ, ວິສາຫະກິດຂອງຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ