ມ​ຽນ​ມາ ຈັດ​ການ​ເລືອງ​ຕັ້ງ​ທົ່ວ​ປະ​ເທດ​ຮອບ​ທີ 2

(VOVWORLD) - ການເລືອກຕັ້ງທົ່ວປະເທດ ມຽນມາ ຄັ້ງນີ້ ມີການເຂົ້າຮ່ວມຂອງ 57 ພັກຝ່າຍການເມືອງ, ດ້ວຍຜູ້ມີສິດເລືອກຕັ້ງປະມານ 5000 ຄົນ....

ຕອນເຊົ້າວັນທີ 11 ມັງກອນ, ມຽນມາ ໄດ້ເລີ່ມເຂົ້າໄລຍະທີ 2 ການເລືອງຕັ້ງທົ່ວປະເທດຄັ້ງທຳອິດ ນັບແຕ່ຫຼັງເຫດການການເມືອງປີ 2021. ນີ້ແມ່ນເຫດການການເມືອງສຳຄັນ ໄດ້ຈັດຂຶ້ນຕາມ 3 ໄລຍະດ້ວຍກ່ວາ 21.000 ສະຖານທີ່ປ່ອນບັດໃນທົ່ວປະເທດ.

  ນັບແຕ່ເວລາ 6 ໂມງເຊົ້າ, ປຊຊ ມຽນມາ ໄດ້ໄປປ່ອນບັດຢູ່ບັນດາຫົວໜ່ວຍເລືອກຕັ້ງຂຶ້ນກັບ 12 ໃນຈຳນວນທັງໝົດ 14 ເຂດ ແລະ ລັດ.

  ຄາດວ່າ ຮອບປ່ອນບັດສຸດທ້າຍຈະຈັດຂຶ້ນໃນວັນທີ 25 ມັງກອນຢູ່ເທດສະບານ 265 ໃນຈຳນວນ 330 ແຫ່ງ, ໃນນັ້ນ, ຍັງມີບັນດາເຂດຍັງຂາດສະຖຽນລະພາບ.

  ການເລືອກຕັ້ງທົ່ວປະເທດ ມຽນມາ ຄັ້ງນີ້ ມີການເຂົ້າຮ່ວມຂອງ 57 ພັກຝ່າຍການເມືອງ, ດ້ວຍຜູ້ມີສິດເລືອກຕັ້ງປະມານ 5000 ຄົນ ທີ່ຍາດແຍ່ງບັນດາທີ່ນັ່ງຢູ່ສະພາຕ່ຳ, ສະພາສູງ ແລະ ບັນດາອົງການຕຸລາການຂັ້ນລັດ ແລະ ເຂດ. ສະພາແຫ່ງຊາດສະຫະລັດໃໝ່ຈະເລືອກຕັ້ງປະທານາທິບໍດີ ຜູ້ທີ່ຈະສ້າງຕັ້ງລັດຖະບານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ