ສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ ຫວຽດນາມ - ລາວ ໃຫ້ເປັນຢ່າງດີ

(VOVWORLD) - ບັນດາກົມກອງໄດ້ເປັນເອກະພາບລົງນາມລະບຽບຂໍ້ກຳນົດການສົມທົບກັນ ເພື່ອແນໃສ່ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບ ແລະ ປະສົມປະສານກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ.
ສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ ຫວຽດນາມ - ລາວ ໃຫ້ເປັນຢ່າງດີ - ảnh 1ທີ່ພິທີລົງນາມ
(ພາບ: TTXVN)

        ວັນທີ 15 ມັງກອນ, ຄະນະບັນຊາການປ້ອງກັນຕົວເຂດ 5 - ແຄແຊັງ ໄດ້ສົມທົບກັບຄະນະບັນຊາການທະຫານບັນດາເມືອງ ເຊໂປນ, ນອງ, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ຄະນະບັນຊາການທະຫານເມືອງ ສະໝວ້ຍ, ກອງບັນາຊາການທະຫານແຂວງ ສາລະວັນ (ລາວ) ໄດ້ຈັດພິທີລົງນາມແຮກສ່ຽວ ແລະ ລົງນາມລະບຽບຂໍ້ກຳນົດສົມທົບກັນເຄື່ອນໄຫວ.

        ທີ່ພິທີ, ບັນດາກົມກອງໄດ້ເປັນເອກະພາບລົງນາມລະບຽບຂໍ້ກຳນົດການສົມທົບກັນ ເພື່ອແນໃສ່ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບ ແລະ ປະສົມປະສານກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ. ຕາມນັ້ນແລ້ວ, ບັນດາຝ່າຍໃຫ້ຄຳໝັ້ນສັນຍາສຸມໃສ່ບັນດາເນື້ອໃນຈຸດສຸມ, ຄື: ແລກປ່ຽນຂໍ້ມູນຂ່າວປະຈຳໄລຍະ ແລະ ກະທັນຫັນກ່ຽວກັບການເຄື່ອນໄຫວຂອງບັນດາກຳລັງທີ່ເປັນປໍລະປັກ, ສະພາບການອາດຊະຍາກຳຂ້າມຊາດ, ພິເສດແມ່ນອາດຊະຍາກຳຢາເສບຕິດ ແລະ ອາວຸດ; ໜູນຊ່ວຍເຊິ່ງກັນແລະກັນໃນການຕໍ່ສູ້, ສະກັດກັ້ນບັນດາການເຂົ້າເມືອງຕັ້ງຖິ່ນຖານແບບຜິດກົດໝາຍ, ການອົບພະຍົບແບບຜິດກົດໝາຍ…; ສ້າງເງື່ອນໄຂສະດວກໜູນຊ່ວຍເຊິ່ງກັນແລະກັນໃນການປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຈາກໄພທຳມະຊາດ, ໂລກລະບາດ ແລະ ຈັດບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ເນື່ອງໃນໂອກາດວັນບຸນໃຫຍ່ຂອງ 2 ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ