ທ່ານປະທານສະພາແຫ່ງຊາດຈະຢ້ຽມຢາມມິດຕະພາບລາວ,ກຳປູເຈຍແລະມຽນມາຢ່າງເປັນທາງການ
ທ່ານນາງ ຫງວຽນທີ່ກີມເງີນ ປະທານສະພາແຫ່ງຊາດຫວຽດນາມ
ຕາມແຈ້ງການຂອງກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ໂດຍຮັບຄຳເຊີນຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສາທາລະນະລັດ ປະຊາທີປະໄຕປະຊາຊົນ ລາວ, ທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ແລະ ທ່ານ Mahn Win Khaing Than ປະທານສະພາແຫ່ງຊາດ ສາທາລະນະລັດ ສະຫະພັນ ມຽນມາ, ທ່ານນາງ ຫງວຽນທີ່ກີມເງີນ ປະທານສະພາແຫ່ງຊາດຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມຢ້ຽມຢາມມິດຕະພາບປະເທດ ສາທາລະນະລັດປະຊາທີປະໄຕປະຊາຊົນລາວແຕ່ວັນທີ 26 ເຖິງ 27/9, ຢ້ຽມຢາມລາດຊະອານາຈັກກຳປູເຈຍແຕ່ລະວັນທີ 27 ເຖິງ 28/9, ຢ້ຽມຢາມສາທາລະນະລັດສະຫະພັນມຽນມາແຕ່ລະວັນທີ 28 ເຖິງ 29/9/2016 ຢ່າງເປັນທາງການ ແລະ ເຂົ້າຮ່ວມສະມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 37 (AIPA – 37) ດຳເນີນໄປແຕ່ລະວັນທີ 29/9 ເຖິງ 3/10/2016 ຢູ່ນະຄອນຫຼວງ Nay Pyi Taw, ປະເທດມຽນມາ.