( ພາບ : www.vietnamplus.vn)
ໂດຍໄດ້ຮັບຄຳເຊື້ອເຂີນຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ທ່ານປະທານສະພາສູງ ເມກຊີໂກ Jose Gonzalez Morfin ໄດ້ມາຮອດນະຄອນ ຮ້າໂນ້ຍ ເລີ່ມຕົ້ນການຢ້ຽນມຢາມ ຫວຽດນາມ ແຕ່ຕອນຄໍ່າວັນທີ 11 ມັງກອນ, ຕອນເຊົ້າວັນທີ 12 ມັງກອນ, ພິທີຕ້ອນຮັບທ່ານປະທານສະພາສູງ ເມກຊີໂກ ຢ່າງເປັນທາງການຖືກຈັດຂື້ນຢ່າງສົມກຽດຢູ່ຫ້ອງຮັບແຂກລັດຖະບານ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃຫ້ການຕ້ອນຮັບ ແລະ ເຈລະຈາກັບທ່ານປະທານສະພາສູງ ເມກຊີໂກ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຢືນຢັນວ່າ ຫວຽດນາມ ປາດຖະໜາເປີດກວ້າງການຮ່ວມມືກັບ ເມກຊີໂກ, ໂດຍສະເພາະແມ່ນການຮ່ວມມືລົງທຶນ ແລະ ດ້ານເສດຖະກິດ. ຫວຽດນາມ ກ່ຽມພ້ອມເປັນຂົວເຊື່ອມຕໍ່ເພື່ອໃຫ້ ເມກຊີໂກ ເປີດກວ້າງການຮ່ວມມືກັບພາກພື້ນ ອາຊຽນ, ແລະ ປາດຖະໜາວ່າ ເມກຊີໂກ ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ ຫວຽດນາມ ເປີດກວ້າງການຮ່ວມືກັບບັນດາປະເທດ ອາເມລິການລາຕິນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກໍ່ສະເໜີໃຫ້ທ່ານສະພາສູງ ເມກຊີໂກ ເພີ່ມທະວີການຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ກວ່າອີກເພື່ອປະກອບສ່ວນຊຸກຍູ້ສາຍພົວພັນລະຫວ່າງ 2 ລັດຖະບານ ແລະ ປະຊາຊົນ 2 ປະເທດ. ທ່ານປະທານສະພາສູງ ເມກຊີໂກ Jose Gonzalez Morfin ໄດ້ຕີລາຄາສູງການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ, ພິເສດແມ່ນໃນປີ 2011, ຫວຽດນາມ ໄດ້ຈັດຕັ້ງບັນດາເຫດການການເມືອງສຳຄັນສຳເລັດຜົນ. ທ່ານປະທານສະພາສູງ ເມກຊີໂກ ໄດ້ເຫັນດີກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກ່ຽວກັບການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດຂອງ 2 ປະເທດ ແລະ ຈຳເປັນຕ້ອງມີຂໍ້ຕົກລົງຮ່ວມມືລະຫວ່າງ 2 ສະພາແຫ່ງຊາດກໍ່ຄືສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານລະຫວ່າງ 2 ປະເທດ ເພື່ອສ້າງພື້ນຖານດ້ານນິຕິກຳ ແລະ ສ້າງເງື່ອນໄຂສະດວກທີ່ຈຳເປັນໃຫ້ແກ່ການຮ່ວມມືຢ່າງຮອບດ້ານ .