(vovworld) – ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັ່ງ ເມື່ອວັນທີ 10/1, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ໄປຖະຫວາຍດອກໄມ້ ແລະ ໄຕ້ທູບທຽນບູຊາອາໄລຫາທ່ານປະທານໂຮ່ຈີມິນ ຢູ່ເຂດ ປູຊະນີຍະສະຖານ ປັກບໍ ທີ່ຕາແສງ ເຈື່ອງຮ່າ ເມືອງ ຮ່າກວາງ ຊຶ່ງແມ່ນແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ກັບຄືນມາປະເທດຊາດ ພາຍຫຼັງ 30 ປີອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ. ຫຼັງຈາກນັ້ນ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ບ້ານ ປັກບໍ ທີ່ຕາແສງ ເຈື່ອງຮ່າ, ທ່ານໄດ້ສະເໜີຄະນະພັກ, ອຳນາດການປົກຄອງ ແລະ ແນວໂຮມປະເທດຊາດຕາແສງ ເຈື່ອງຮ່າ ຄວນເສີມຂະຫຍາຍບົດບາດນຳພາ, ກຳແໜ້ນສະພາບການດຳລົງຊີວິດຕົວຈິງຂອງປະຊາຊົນ, ພ້ອມກັນນັ້ນກໍສະເໜີການນ້ຳແຂວງ ກາວບັ່ງ ແລະ ເມືອງຮ່າກວາງ ຈົ່ງວາງແຜນກຳນົດ ໝູ່ບ້ານ ຕາມມາດຖານສ້າງຊົນນະບົດໃໝ່ ເພື່ອກໍ່ສ້າງໝູ່ບ້ານທີ່ສົມເປັນເຂດດິນປະຕິວັດ.
ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ລົງຢ້ຽມຢາມປ້ອມທະຫານປ້ອງກັນຊາຍແດນ ປໍ່ມ້າ ທີ່ຂຶ້ນກັບທະຫານປ້ອງກັນຊາຍແດນແຂວງ ລ້າງເຊີນ.