ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພົບປະກັບເລຂາທິການໃຫຍ່, ປະທານປະເທດ ລາວ

(VOVWORLD) - ການນຳ 2 ທ່ານໄດ້ຕີລາຄາສູງການພັດທະນາອັນດີງາມ, ໝັ້ນຂົງໜັກແໜ້ນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນຊຸມປີຜ່ານມາ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພົບປະກັບເລຂາທິການໃຫຍ່, ປະທານປະເທດ ລາວ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ)

       ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AIPA – 45, ຕອນເຊົ້າວັນທີ 18 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ພົບປະກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ.

        ທີ່ການພົບປະ, ການນຳ 2 ທ່ານໄດ້ຕີລາຄາສູງການພັດທະນາອັນດີງາມ, ໝັ້ນຂົງໜັກແໜ້ນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນຊຸມປີຜ່ານມາ, ໃນນັ້ນ, ມີການປະກອບສ່ວນສຳຄັນຂອງສະພາແຫ່ງຊາດ 2 ປະເທດ. 2 ຝ່າຍຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ, ຕ້ອງເສີມຂະຫຍາຍເປັນຢ່າງສູງມູນເຊື້ອຮ່ວມມືສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໃນນັ້ນ, ມີໝາກຜົນການພົບປະລະຫວ່າງ 2 ກົມການເມືອງໃນເດືອນ ກັນຍາ 2024 ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ