ທ່ານຮອງນາຍົກລັດຖະມົນຕີຟ໋າມບິ່ງມິງພົບປະກັບຜູ້ມີສິດເລືອກຕັ້ງແຂວງຖ໋າຍຫງວຽນ

ທ່ານຮອງນາຍົກລັດຖະມົນຕີຟ໋າມບິ່ງມິງພົບປະກັບຜູ້ມີສິດເລືອກຕັ້ງແຂວງຖ໋າຍຫງວຽນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​
ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ໋າມ​ບິ່ງ​ມິງ
(VGP)

(vovworld)-​  ໃນ​ວັນ​ທີ 8/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ໋າມ​ບິ່ງ​ມິງ ພ້ອມ​ດ້ວຍ ​ຜູ້​​ສະ​ໝັກ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງຊາດ​ຊຸດ​ທີ 14 3 ທ່າ​ນີ່ຂື້ນ​ກັບຫົວ​ໜ່ວຍ​​ເລືອກ​ຕັ້ງ ເລກ​ 3 ແຂວງ​ທ໋າຍ​ຫງວຽນ ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ ນະ​ຄອນ​ຊົງ​ກົງ. ກ່າວ​ຄວາມ​ເຫັນຕ​ໍ່​​ຜູ້​ມີ​ສິດ​ເລືອກ​ຕັ້ງ ນະ​ຄອນ​ຊົງ​ກົງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ບິ່ງ​ມິງ ເນັ້ນ​ໜັກ​ວ່າ ບັນ​ດາ​ໜ້າ​ທີ່​​ຈຸດ​ສຸມ​ຂອງ​ປະ​ເທດ ໃນ​ໄລ​ຍະ​ປັດ​ຈຸ​ບັນ ຄື​ການກໍ່​ສ້າງ ແລະ ​ປັບ​ປຸງລະ​ບອບ​ລະ​ບຽບ​ ເພື່ອ​ເຊື່ອມ​ໂຍງ​ ນັ້ນ​ແມ່ນ​ການ​ກໍ່ສ້າງ​ລັດຖະ​ບານ ​ໃຫ້ຊື່​ສັດ​ບໍ​ລິ​ສຸດ ແລະ ​ພັດ​ທະ​ນາ, ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ສາ​ມາດ​ ​ປະ​ກອບ​ສ່ວນ​ເຂົ້າ ໃນ​ວຽກ​​ສ້າງ​ສາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ໜູນຊ່ວຍ​ບັນ​ດາ​ແຂວງ, ນະ​ຄອນ, ໃນ​ນັ້ນ​ມີ​ ແຂວງຖ໋າຍ​ຫງວຽນ ເພີ່ມ​ທະ​ວີ​ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື, ດຶງ​ດູດ​ກາ​ນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ບິ່ງ​ມິງ ກໍ່​ແລກ​ປ່ຽນ, ​ຕອບ​ບັນ​ຫາ ​​ແລະ ເຮັດ​ແຈ້ງ​ບາງ​ບັນ​ຫາ, ຂໍ້​ສະ​ເໜີ​​ແນະ ເຊິ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງສົນ​ໃຈ.

ຂ່າວ/ບົດ​ອື່ນ