(ພາບ:thainguyentv.vn)
( vovworld ) – ຕອນເຊົ້າວັນທີ 25/8, ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ພ້ອມກັບທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ມີການເຮັດວຽກກັບການນຳແຂວງ Thai Nguyen. ກ່າວຄຳເຫັນທີ່ການປະຊຸມ, ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ປາດຖະໜາວ່າ ການນຳແຂວງ Thai Nguyen ກໍ່ຄືລັດຖະບານຫວຽດນາມ ຈະສືບຕໍ່ສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດແຂວງມາລົງທຶນຢູ່ລາວ. ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ກໍ່ສະເໜີໃຫ້ຝ່າຍຫວຽດນາມ ກໍ່ຄືແຂວງ Thai Nguyen ຈົ່ງສືບຕໍ່ຊ່ວຍເຫຼືອລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ສ່ວນທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ຕີລາຄາສູງການຮ່ວມມືທີ່ມີປະສິດທິຜົນຂອງ Thai Nguyen ກັບທ້ອງຖິ່ນຕ່າງໆຂອງລາວ ພ້ອມທັງສະເໜີໃຫ້ບັນດາວິສາຫະກິດຂອງແຂວງທີ່ມາລົງທຶນຢູ່ລາວ ຕ້ອງເອົາໃຈໃສ່ເຖິງລະດັບຄວາມໄວ ແລະ ຄຸນນະພາບ, ປະສິດທິຜົນ ແລະ ວຽກງານຊີວິດສັງຄົມຢູ່ທ້ອງຖິ່ນມາລົງທຶນ.
ພາຍຫຼັງການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີປະທານໂຮ່ຈິມິນ ຢູ່ເຂດປູສະນີຍະສະຖານປະຫວັດສາດຊີວະພາບເຂດປອດໄພ Dinh Hoa, ໄປຢ້ຽມບໍ່ເຫຼັກ Tuong Lai, ບໍລິສັດ Chien Cong ແລະ ໂຮງຮຽນວິທະຍາໄລເສດຖະກິດ-ການເງິນ Thai Nguyen ຊື່ງແມ່ນແຫ່ງມີນັກຮຽນລາວຫຼາຍຄົນພວມຮ່ຳຮຽນ.