ທ່ານຮອງນາຍົກລັດຖະມົນຕີຫວູວັນນີງເຂົ້າຮ່ວມກອງປະຊຸມໃຫຍ່ຊົນເຜົ່າສ່ວນຫນ້ອຍແຂວງຮ່າຢາງ
ກອງປະຊຸມໃຫຍ່ຊົນເຜົ່າສ່ວນຫນ້ອຍແຂວງ ຮ່າຢາງ ຄັ້ງທີ2
photo:vov
|
(vovworld)- “ຮ່າຢາງ ຄວນຮັບປະກັນການຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເດັດດ່ຽວຕໍ່ສູ້ກັບທຸກກົນອຸບາຍມ້າງເພທຳລາຍຂອງບັນດາກຳລັງເປັນປໍລະປັກ,ສວຍໃຊ້ບັນຫາຊົນເຜົ່າ, ສາສະຫນາ, ສິດທິມະນຸດ, ສິດເສລີໃນການເຊື່ອຖືເພື່ອຍຸແຍ່ຊາວຊົນເຜົ່າສ່ວນຫນ້ອຍລະເມີດນະໂຍບາຍມະຫາສາມັກຄີຊົນເຜົ່າ”. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໄດ້ເນັ້ນຫນັກຄືດັ່ງກ່າວທີ່ກອງປະຊຸມໃຫຍ່ຊົນເຜົ່າສ່ວນຫນ້ອຍແຂວງ ຮ່າຢາງ ຄັ້ງທີ2 ດຳເນີນໄປໃນຕອນເຊົ້າວັນທີ 17/12 ຢູ່ ນະຄອນຮ່າຢາງ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ສະເຫນີ ອົງຄະນະພັກ, ອຳນາດການປົກຄອງ ແລະ ພະນັກງານສະມາຊິກພັກ ແຂວງ ຮ່າຢາງ ສືບຕໍ່ກຳແຫນ້ນແນວທາງ, ນະໂຍບາຍຂອງພັກ, ລັດ, ຮັບຮູ້ຄວາມສຳຄັນຂອງວຽກງານຊົນເຜົ່າຢ່າງຈະແຈ້ງ, ປະຕິບັດວຽກງານໂຄສະນາ, ຂົນຂວາຍ ເປັນຢ່າງດີ ເພື່ອໃຫ້ຊາວຊົນເຜົ່າສ່ວນຫນ້ອຍເຂົ້າໃຈແຈ້ງແຜນນະໂຍບາຍຂອງພັກ, ລັດ; ຈັດຕັ້ງການປະຕິບັດບັນດາແຜນນະໂຍບາຍແນວທາງ, ນະໂຍບາຍຊົນເຜົ່າ, ໃນນັ້ນ ສຸມໃສ່ຜັນຂະຫຍາຍຍຸດທະສາດກ່ຽວກັບວຽກງານຊົນເຜົ່າຮອດປີ 2020 ຢ່າງມີປະສິດທິຜົນ.