ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫວ໋ໃຫ້ການຕ້ອນຮັບຮອງນາຍົກລັດຖະມົນຕີລາວ
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ໋ ຕ້ອນຮັບຮອງນາຍົກ
ລັດຖະມົນຕີ, ລັດຖະມົນຕີການເງິນລາວ ສົມດີ ດວງດີ
(vovworld) - ວັນທີ 4/8, ທີ່ການຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີການເງິນລາວ ສົມດີ ດວງດີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ໋ ຕີລາຄາສູງຜົນແຫ່ງການຮ່ວມມືລະຫວ່າງກະຊວງການເງິນສອງປະເທດໃນໄລຍະ 2011-2015; ພ້ອມທັງຖືວ່າຮູບແບບຮ່ວມມືລະຫວ່າງກະຊວງການເງິນສອງປະເທດແມ່ນຮູບແບບຮ່ວມມືຢ່າງມີປະສິດທິຜົນລະຫວ່າງກະຊວງການເງິນສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ໋ ໃຫ້ຮູ້ຈະຊີ້ນຳບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ກວດຄືນບັນດາໂຄງການຮ່ວມມືລະຫວ່າງສອງປະເທດ ເພື່ອຊຸກຍູ້ຄວາມຄືບໜ້າໃນການປະຕິບັດໄລຍະຈະມາເຖິງ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຂອງສອງປະເທດ. ນາຍົກລັດຖະມົນຕີທັງສອງທ່ານກໍ່ຖືວ່າ, ຂໍ້ຕົກລົງຮ່ວມມືໃໝ່ໄລຍະ 2016-2020, ລະຫວ່າງສອງປະເທດ ຈະແມ່ນທິດທາງສຳຄັນໃຫ້ແກ່ການເຄື່ອນໄຫວຮ່ວມມືລະຫວ່າງຂະແໜງການເງິນຫວຽດນາມ - ລາວໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເປັນເອກະພາບ ເພື່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ນັກຊ່ຽວຊານ, ແບ່ງປັນບົດຮຽນກ່ຽວກັບການຮັກສາເສດຖະກິດມະຫາພາກ, ໃຫ້ມີສະຖຽນລະພາບ ແລະ ປ່ຽນນະໂຍບາຍປີການເງິນ, ພິເສດແມ່ນບົດຮຽນໃນການຄຸ້ມຄອງລາຍຮັບລາຍຈ່າຍງົບປະມານ ແລະ ຮັບປະກັນຄວາມປອດໄພດ້ານໜີ້ສາທາລະນະ; ກໍ່ສ້າງກອບກົດໝາຍ, ລະບອບ, ນະໂຍບາຍການເງິນ, ການຮ່ວມມື ແລະ ການບຳລຸງສ້າງ, ບຳລຸງພະນັກງານຂະແໜງການເງິນ.