( vovworld ) - ແຕ່ວັນທີ 7 ຫາວັນທີ 11 ກຸມພາ, ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ວູວັນນິງ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ. ທີ່ການພົບປະຕ່າງໆ, ສອງຝ່າຍໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາຢ່າງເລິກເຊິ່ງກ້ວາງຂວາງຂອງສາຍພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະທີຜ່ານມາ ແລະ ແລກປ່ຽນມາດຕະການຕ່າງໆເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃນທຸກໆຂົງເຂດ, ໂດຍສະເພາະແມ່ນຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ ແລະ ການສຶກສາບຳລຸງສ້າງ.
ທ່ານຮອງນາຍົກລັດຖະມົນຕີວູວັນນິງໄດ້ຢືນຢັນວ່າ ຄວນເພີ່ມທະວີການແລກປ່ຽນບັນດາຄະນະຜູແທນລະຫວ່າງອຳນາດການປົກຄອງ, ສະພາແຫ່ງຊາດ ແລະ ທ້ອງຖີ່ຕ່າງໆໃນໄລຍະທີ່ຈະມາເຖິງ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ. ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີໃຫ້ລັດຖະບານ ອາເມລິກາ ຮັບຮອງກົນໄກເສດຖະກິດການຕະຫຼາດໃຫ້ ຫວຍດນາມໂດຍໄວ ແລະ ສະຫງວນໃຫ້ແກ່ ຫວຽດນາມ ກົນໄກພິເສດດ້ານພາສີອາກອນ ( GSP ), ຍົກເລີກບັນດາມາດຕະການຈຳກັດດ້ານການຄ້າສຳລັບບັນດາຜະລິດຕະພັນຂອງ ຫວຽດນາມຄື, ກຸ້ງ, ປາຈາ, ນ້ຳເຜິ້ງ … ສືບຕໍ່ມີບາດກ້າວຢ່າງແທດຈິງກວ່າອີກເພື່ອແກ້ໄຂຜົນຮ້າຍຍ້ອນຫຼັງຈາກສົງຄາມ, ພິເສດແມ່ນການເພີ່ມທະວີບັນດາໂຄງການລ້າງພິດ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດຜິດສີສົມດີໂອສີນ. ທ່ານຮອງນາບົກລັດຖະມົນຕີ ວູວັນນິງ ກໍຢືນຢັນແຜນນະໂຍບາຍເປັນເຈົ້າການ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າຂອງ ຫວຽດນາມ, ເຊິ່ງຕາມນັ້ນແລ້ວຈະສືບຕໍ່ພ້ອມກັບຝ່າຍ ອາເມລິກາ ແລະ ຄູ່ຮ່ວມມືຕ່າງໆເຈລະຈາສັນຍາຄູ່ຮ່ວມມືລະຫວ່າງປາຊີຟິກ, ພ້ອມກັນນັ້ນກໍສະເໜີໃຫ້ຝ່າຍ ອາເມລິກາ ຕອບສະໜອງບັນດາຜົນປະໂຫຍດຂອງ ຫວຽດນາມ ໃນການເຈລະຈາສັນຍາຄູ່ຮ່ວມມືລະຫວ່າງປາຊີຟິກ.
ຝ່າຍ ອາເມລິກາ ຢືນຢັນຢາກຊຸກຍູ້ການພົວພັນກັບ ຫວຽດນາມ ກວ່າອີກ ຕາມທິດຄູ່ຮ່ວມມືຍຸດທະສາດ ແລະ ເນັ້ນໜັກເຖິງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື ເສດຖະກິດ - ການຄ້າ, ວິທະຍາເສດ - ເຕັກໂນໂລຊີ, ການສຶກາ ແລະ ບຳລຸງສ້າງ … ແລະ ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນຄື; ອາຊຽນ, ເວທີປາໄສປ້ອງກັນຄວາມສະຫງົບພາກພື້ນອາຊຽນ ( ARF ), ເວທີປາໄສຮ່ວມມືດ້ານເສດຖະກິດອາຊີ - ປາຊີຟິກ ( APEC ), ກອງປະຊຸມຂັ້ນສູງອາຊີຕາເວັນອອກ ( EAS )… ຢ່າງແໜ້ນແຟ້ນກວ່າອີກ. ຝ່າຍ ອາເມລິການກໍປາດຖະໜາວ່າ ສອງຝ່າຍຈະແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງໃນສາຍພົວພັນດ້ານການຄ້າ, ພ້ອມກັນມານະພະຍາຍາມປະຕິບັດສຳເລັດການເຈລະຈາສັນຍາຄູ່ຮ່ວມມືລະຫວ່າງປາຊີຟິກໂດຍໄວ.