ແຂວງເລີມດົ່ງ
(ພາບ:ອິນເຕີແນັດ)
(VOV)- ໃນວັນທີ 6-7/12, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເລີມດົ່ງ ເພື່ອກວດກາການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 11 ພັກກອມມູນິດຫວຽດນາມ ແລະ ການພັດທະນາກະສິກຳ, ຊາວກະສິກອນ ແລະ ຊົນນະບົດ, ກຳສະພາບການຄຸ້ມຄອງ, ນຳໃຊ້ທີ່ດິນຂອງບັນດານິຄົມກະເສດ, ນິຄົມປ່າໄມ້ ແລະ ທີ່ດິນປ່າ.
ໃນການເຮັດວຽກກັບການນຳແຂວງເລີມດົ່ງ ເມື່ອຕອນເຊົ້າວັນທີ 7/12, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ຊີ້ແຈງວ່າ: ເລີມດົ່ງ ມີທີ່ຕັ້ງຍຸດທະສາດສຳຄັນທີ່ສຸດທັງດ້ານເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບສຳລັບເຂດໄຕງວຽນ ແລະ ທົ່ວປະເທດ. ທ່ານສະເໜີໃຫ້ແຂວງຈົ່ງສຸມໃສ່ເສີມຂະຫຍາຍທ່າແຮງກ່ຽວກັບການຜະລິດກະສິກຳຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ຕີລາຄາສູງເລື່ອງຄະນະພັກແຂວງເລີມດົ່ງ ໄດ້ປະຕິບັດການສຳຫຼວດກວດການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຕາມເນື້ອໃນຈິດໃຈມະຕິເລກທີ 4 ຂອງສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ຢ່າງເຂັ້ມງວດ. ຕາມທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ນີ້ແມ່ນວຽກງານຕ້ອງປະຕິບັດຢ່າງເດັດດ່ຽວ, ຄົບຊຸດ ແລະ ຮອບດ້ານ.