ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຫວັງວ່າ, ໃນອາຍຸການປະຕິບັດງານຂອງຕົນ ບັນດາເອກອັກຄະລັດຖະທູດຈະປະຕິບັດບົດບາດ “ເປັນຂົວເຊື່ອມຕໍ່” ມິດຕະພາບ ແລະ ການຮ່ວມມືໃຫ້ເປັນຢ່າງດີ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການຕ້ອນຮັບ
(ພາບ: TTXVN)

        ຕອນບ່າຍວັນທີ 18 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ແລະ ເອກອັກຄະລັດຖະທູດ 4 ທ່ານເຂົ້າຍືນສານຕາຕັ້ງມາຮັບໜ້າທີ່ຢູ່ ຫວຽດນາມ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ອຸຣາດວາດີ ສີພິຣົມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ ອຸຣາດວາດີ ສີພິຣົມຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ເຊື່ອມຕໍ່ເສດຖະກິດ, ສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 25 ຕື້ USD ໂດຍໄວ.

        ສ່ວນທ່ານເອກອັກຄະລັດຖະທູດ ອຸຣາດວາດີ ສີພິຣົມໃຫ້ຮູ້ວ່າ, ໃນອາຍຸການຂອງຕົນ, ທ່ານນາງຈະຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຊຸກຍູ້ການພົວພັນຂອງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

        ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບສານຕາຕັ້ງຂອງເອກອັກຄະລັດຖະທູດ 4 ທ່ານທີ່ມາຈາກ Comoros, Burkina Faso, Niger ແລະ Suriname. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຫວັງວ່າ, ໃນອາຍຸການປະຕິບັດງານຂອງຕົນ ບັນດາເອກອັກຄະລັດຖະທູດຈະປະຕິບັດບົດບາດ “ເປັນຂົວເຊື່ອມຕໍ່” ມິດຕະພາບ ແລະ ການຮ່ວມມືໃຫ້ເປັນຢ່າງດີ, ເພີ່ມພູນຄຸນສ້າງ, ພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດທີ່ບັນດາທ່ານເອກອັກຄະລັດຖະທູດເປັນຜູ້ຕາງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ