ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫຼອງ​ປ້າຍ​ທີ່​ລະ​ນຶກ​ໃສ່ຊື່​ປະ​ທານ​ ໂຮ່​ຈີ​ມິນ ຢູ່​ນະ​ຄອນ Sainte-Adresse, ຝ​ລັ່ງ

(VOVWORLD) -    ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການ, ວັນທີ 06 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຍັງນະຄອນ Sainte Adresse ເຂົ້າຮ່ວມພິທີເປີດປ້າຍທີ່ລະນຶກທີ່ໃສ່ຊື່ປະທານ ໂຮ່ຈີມິນ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫຼອງ​ປ້າຍ​ທີ່​ລະ​ນຶກ​ໃສ່ຊື່​ປະ​ທານ​ ໂຮ່​ຈີ​ມິນ ຢູ່​ນະ​ຄອນ Sainte-Adresse, ຝ​ລັ່ງ - ảnh 1ບັນດາຜູ້ແທນຖ່າຍຮູບໃນພິທີເປີດປ້າຍທີ່ລະນຶກທີ່ໃສ່ຊື່ປະທານ ໂຮ່ຈີມິນ.(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕີລາຄາສູງຕໍ່ການຕົກລົງຂອງອຳນາດການປົກຄອງນະຄອນ Sainte-Adresse ເມື່ອຖືເອົາປ້າຍທີ່ລະນຶກນີ້ເປັນສ່ວນໜຶ່ງຂອງມໍລະດົກທີ່ບໍ່ອາດຕັດແຍກອອກຈາກນະຄອນ ແລະ ຝາກຄຳຂອບອົກຂອບໃຈມາຍັງປະຊາຊົນ ຝລັ່ງ ທີ່ຍາມໃດກໍມານະພະຍາຍາມຮັກສາບັນດາສະຖານທີ່ປະຫວັດສາດທີ່ເປັນຂີດໝາຍຂອງປະທານໂຮ່ຈີມິນ ໃນວິວັດການເດີນທາງໄປຊອກຫາເສັ້ນທາງກູ້ຊາດ. ເລື່ອງເປີດປ້າຍນີ້ແມ່ນໜຶ່ງໃນບັນດາພະຍານຫຼັກຖານຜູກມັດສາຍພົວພັນປະຫວັດສາດ ຫວຽດນາມ ແລະ ຝລັ່ງ.

        “ອາດເວົ້າໄດ້ວ່າ ຊຸມວັນເດືອນປີຢູ່ ຝລັ່ງ ໃນວິວັດການຊອກຫາເສັ້ນທາງກູ້ຊາດນັ້ນ ແມ່ນໂອກາດເພື່ອໃຫ້ປະທານ ໂຮ່ຈີມິນ ກໍຄືຊາດ ຫວຽດນາມ ຕິດພັນກັບປະຊາຊົນ ຝລັ່ງ ຫຼາຍກວ່າ ເມື່ອພ້ອມກັນແບ່ງປັນບັນດາຄຸນຄ່າກ່ຽວກັບສັນຕິພາບ, ເສລີພາບ ແລະ ຄວາມສາມັກຄີ, ພ້ອມກັນຮ່ວມແຮງຮ່ວມໃຈຕ້ານຄືນແອກກົດຂີ່ຂູດຮີດໃນໂລກ.”

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫຼອງ​ປ້າຍ​ທີ່​ລະ​ນຶກ​ໃສ່ຊື່​ປະ​ທານ​ ໂຮ່​ຈີ​ມິນ ຢູ່​ນະ​ຄອນ Sainte-Adresse, ຝ​ລັ່ງ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກໍໄດ້ພົບປະ ແລະ ເຮັດວຽກກັບທ່ານເຈົ້າຄອງນະຄອນ Le Havre ຂອງ ຝລັ່ງ Édouard Philippe (ພາບ: TTXVN)

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກໍໄດ້ພົບປະ ແລະ ເຮັດວຽກກັບທ່ານເຈົ້າຄອງນະຄອນ Le Havre ຂອງ ຝລັ່ງ Édouard Philippe.

ຫວຽດເກື່ອງ

ຕອບກັບ

ຂ່າວ/ບົດ​ອື່ນ