(vovworld) - ວັນທີ 10/11, ໝາກຜົນຂອງການນັບບັດເລືອກຕັ້ງຢູ່ລັດ Florida, ເຊິ່ງແມ່ນລັດສຸດທ້າຍປະກາດໝາກຜົນການນັບບັດເລືອກຕັ້ງປະທານາທິບໍດີອາເມລິການ ປີ 2012 ໃຫ້ເຫັນວ່າ, ທ່ານປະທານາທິບໍດີຄົນປະຈຸບັນ Barack Obama ສືບຕໍ່ຍາດໄດ້ໄຊຊະນະຢູ່ລັດນີ້ດ້ວຍ 29 ບັດສະໜັບສະໜູນຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ. ສະນັ້ນ, ໃນການເລືອກຕັ້ງປະທານາທິບໍດີຜ່ານມາ, ທ່ານປະທານາທິບໍດີຄົນປະຈຸບັນ Barack Obama ຍາດໄດ້ໄຊຊະນະຢ່າງຂາດຂັ້ນດ້ວຍ 332 ບັດສະໜັບສະໜູນຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ, ລື່ນກ່າຍຈຳນວນບັດສະໜັບສະໜູນເຊິ່ງຜູ້ອອກສະໝັກຮັບເລືອກຕັ້ງທ່ານ Mitt Romney ຍາດໄດ້ແມ່ນ 206 ບັດ. ນີ້ແມ່ນໝາກຜົນທີ່ແປກປະຫຼາດໃຈໃນຂະນະທີ່ການຢັ່ງຫາງສຽງກ່ອນນັ້ນສະແດງໃຫ້ເຫັນວ່າ ການຊ່ວງເສັງເຂົ້າທຳນຽບຂາວຈະມີລັກສະນະຂ້ຽວຂາດ ດ້ວຍຈຳນວນບັດສະໜັບສະນູນເທົ່າທຽມກັນ ແລະ ຍາກທີ່ຈະຮູ້ໄດ້ວ່າຜູ້ໃດຈະຍາດໄດ້ໄຊຊະນະໃນການເລືອກຕັ້ງ.