ທ່ານJohn Kerry,ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຫວຽດນາມ
ທ່ານ John Kerry, ລັດຖະມົນຕີການຕ່າງປະເທດອາເມລິກາແລະ ທ່ານຟ້າມບີ່ງມີງ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຢູ່ນອກກອງປະຊຸມອາຊຽນໃນເດືອນ 7/2013
ພາບ:internet
|
(vovworld)- ການຢ້ຽມຢາມຫວຽດນາມຂອງທ່ານ John Kerry, ລັດຖະມົນຕີການຕ່າງປະເທດອາເມລິກາດຳເນີນໄປແຕ່ວັນທີ 14-17/12/2013 ຕາມຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມີງ. ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງທ່ານ John Kerry ນັບແຕ່ເມື່ອຮັບດຳລົງຕຳແຫນ່ງ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາມາດຕະການຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ, ຍົກການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ, ພ້ອມທັງແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.