ນັກຂ່າວ Gastón Fiorda (ອາກຊັງຕິນ) ໃຫ້ຂໍ້ສັງເກດຢ່າງຕັ້ງໜ້າກ່ຽວກັບບັນດາບາດກ້າວກະໂດດຂັ້ນຂອງ ຫວຽດນາມ ໃນໄລຍະ 5 ປີຜ່ານມາ

(VOVWORLD) - ນະໂຍບາຍ “ການທູດໄມ້ໄຜ່” ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນຜົນງານພົ້ນເດັ່ນ, ຊ່ວຍໃຫ້ ຫວຽດນາມ ຮັກສາເອກະລາດ, ເປັນເຈົ້າຕົນເອງ
ນັກຂ່າວ Gastón Fiorda (ອາກຊັງຕິນ) ໃຫ້ຂໍ້ສັງເກດຢ່າງຕັ້ງໜ້າກ່ຽວກັບບັນດາບາດກ້າວກະໂດດຂັ້ນຂອງ ຫວຽດນາມ ໃນໄລຍະ 5 ປີຜ່ານມາ - ảnh 1ນັກຂ່າວ Gastón Fiorda ຂອງວິທະຍຸກະຈາຍສຽງ ອາກຊັງຕິນ
(ພາບ: TTXVN)

        ກ່ອນທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ນັກຂ່າວ Gastón Fiorda ຂອງວິທະຍຸກະຈາຍສຽງ ອາກຊັງຕິນ, ເຊິ່ງເປັນນັກຊ່ຽວຊານກ່ຽວກັບ ຫວຽດນາມ ມາແຕ່ດົນນານ, ໄດ້ມີບັນດາຂໍ້ສັງເກດຢ່າງຕັ້ງໜ້າກ່ຽວກັບບາດກ້າວກະໂດດຂັ້ນຂອງ ຫວຽດນາມ ໃນໄລຍະ 5 ປີຜ່ານມາ.

        ທ່ານ Gastón Fiorda ເນັ້ນໜັກວ່າ, ໃນ 5 ປີຜ່ານມາ ຫວຽດນາມ ໄດ້ມານະພະຍາຍາມບັນລຸຜົນງານດ້ານເສດຖະກິດ  ແລະ ສັງຄົມຫຼາຍຢ່າງທີ່ໜ້ານິຍົມນັບຖື. ທ່ານໄດ້ຊີ້ແຈ້ງຜົນງານຕັ້ງໜ້າທີ່ ຫວຽດນາມ ບັນລຸໄດ້ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເມື່ອລະດັບເຕີບໂຕ GDP ຄິດສະເລ່ຍ 5 – 6%/ປີ, ສູງກວ່າເມື່ອທຽບໃສ່ລະດັບໜ້າພຽງຂອງພາກພື້ນ ແລະ ໂລກ. ຂອບຂະໜາດພື້ນຖານເສດຖະກິດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການເປີດກວ້າງ, GDP ລືນລະດັບ 400 ຕື້ USD, ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນເປັນປົກກະຕິຜ່ານແຕ່ລະປີ.

        ກ່ຽວກັບການຕ່າງປະເທດ, ທ່ານ Gastón Fiorda ໃຫ້ຂໍ້ສັງເກດວ່າ ນະໂຍບາຍ “ການທູດໄມ້ໄຜ່” ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນຜົນງານພົ້ນເດັ່ນ, ຊ່ວຍໃຫ້ ຫວຽດນາມ ຮັກສາເອກະລາດ, ເປັນເຈົ້າຕົນເອງ, ທັງມີຄວາມໄຫວພິບໃນການເປີດກວ້າງການພົວພັນ ແລະ ບັນດາຄູ່ຮ່ວມມືໃຫຍ່ທີ່ໄດ້ຊ່ວຍໃຫ້ ຫວຽດນາມ ຍົກສູງທີ່ຕັ້ງສາກົນ ແລະ ກາຍເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈໃນລະບົບສະໜອງ ການຮ່ວມມືດ້ານການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ