ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກຳນົດກິດຈະການປ່ຽນແປງໃໝ່ປະເທດຊາດ
(VOVWORLD) - ຕອນເຊົ້າວັນທີ 06 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດລາວຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກ່າວຄຳເຫັນໄຂກອງປະຊຸມໃຫຍ່ (ພາບ: TTXVN) |
ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 834 ທ່ານ ຕາງໜ້າໃຫ້ສະມາຊິກພັກເກືອບ 422.000 ຄົນໃນທົ່ວປະເທດ. ເມື່ອກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ ຈະສະຫຼຸບ, ຕີລາຄາຄືນໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI, ພ້ອມທັງວາງອອກທິດທາງ, ນະໂຍບາຍ ແລະ ແຜນການຜັນຂະຫຍາຍວຽກງານຂອງພັກ ແລະ ຂອງປະເທດຊາດໃນໄລຍະຈະມາເຖິງ, ກຳນົດວິໄສທັດຍາວນານ ແນໃສ່ສືບຕໍ່ຍູ້ແຮງແນວທາງປ່ຽນແປງໃໝ່ຂອງພັກຕາມລວງເລິກ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຮັບການຈັດຕັ້ງເພື່ອແນໃສ່ເລືອກເອົາເສັ້ນທາງພັດທະນາທີ່ສອດຄ່ອງກັບຈຸດພິເສດຂອງປະເທດຊາດ ແລະ ຮັບມືກັບສະພາບການໃໝ່. ກອງປະຊຸມໃຫຍ່ຄັ້ງທີ XII ຈະປຶກສາຫາລື ແລະ ຮັບຮອງເອົາ ໂຄງການການເມືອງຄັ້ງທີ 3 ຂອງພັກ, ຢັ້ງຢືນເປົ້າໝາຍ ແລະ ເສັ້ນທາງພັດທະນາຂອງລາວຮອດປີ 2025, ສືບຕໍ່ປັບບຸງລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນແບບເພື່ອມຸ່ງໄປເຖິງເປົ້າໝາຍສຸດທ້າຍຂອງພາລະກິດປະຕິວັດຢ່າງໝັ້ນຄົງ.
ໃນລະຫວ່າງວັນທີ 6 ຫາວັນທີ 8 ມັງກອນ, ບັນດາຜູ້ແທນຈະປຶກສາຫາລື ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ, ເຂົ້າຮ່ວມແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ໄລຍະ 5 ປີຄັ້ງທີ X; ຕີລາຄາຄືນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 05 ປີ ຄັ້ງທີ IX; ພ້ອມທັງວາງອອກກຳນົດທິດ, ນະໂຍບາຍ, ວິໄສທັດຮອດປີ 2055, ຍຸດທະສາດພັດທະນາໄລຍະ 10 ປີ (2026 – 2035) ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 05 ປີ (2026 – 2030).