ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

(VOVWORLD) - ບັນດາໂຄງການ, ກິດຈະກຳ ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໄລຍະຜ່ານມາໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມ; ຢັ້ງຢືນຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນໃນການກໍ່ສ້າງປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ສີວິໄລ, ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ - ảnh 1ພາບປະກອບ: VOV

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ລົງນາມໂທລະເລກເລກທີ 2 ອອກໃນວັນທີ 2 ມັງກອນປີ 2026 ກ່ຽວກັບການສືບຕໍ່ເພີ່ມທະວີ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງ ແລະ ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງບັນດາໂຄງການລົງທຶນກໍ່ສ້າງໃຫ້ສຳເລັດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

ໂທລະເລກໄດ້ຊີ້ແຈ້ງວ່າ: ໃນປີ 2025, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຈັດຕັ້ງສຳເລັດ 3 ພິທີເປີດນຳໃຊ້, ເລີ່ມລົງມືກໍ່ສ້າງ, ແລ່ນລົດທົດລອງດ້ານເຕັກນິກ ບັນດາໂຄງການ, ກິດຈະກຳໃຫຍ່, ຈຸດສຸມພັດທະນາພື້ນຖານໂຄງລ່າງເສດຖະກິດສັງຄົມແຫ່ງຊາດ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ຈັດຂຶ້ນໃນວັນທີ 19 ເມສາ 2025), 80 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດ ທີ 2 ກັນຍາ (ຈັດຂຶ້ນໃນວັນທີ 19 ເດືອນສິງຫາ 2025)… ບັນດາໂຄງການ, ກິດຈະກຳ ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໄລຍະຜ່ານມາໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມ; ຢັ້ງຢືນຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນໃນການກໍ່ສ້າງປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ສີວິໄລ, ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ລັດຖະມົນຕີ, ຫົວໜ້າບັນດາອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ ຊີ້ນຳບັນດານັກລົງທຶນ, ຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງໂດຍກົງຍົກສູງຈິດໃຈຄວາມຮັບຜິດຊອບ, ມານະພະຍາຍາມໃຫ້ຫຼາຍກ່ວາອີກ, ຕັດສິນໃຈກ່ວາອີກ; ສູ້ຊົນກໍ່ສ້າງສຳເລັດ ແລະ ນຳ ບັນດາໂຄງການ ເຂົ້າເຄື່ອນໄຫວໃນເວລາໄວທີ່ສຸດເທົ່າທີ່ຈະໄວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ