ການເຈລະຈາລະຫວ່າງເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ
ປະທານາທິບໍດີ Barack Obama
(ພາບ: Trí Dũng/TTXVN)
|
(vovworld) – ເນື່ອງໃນໂອກາດການຢ້ຽມຢາມ ອາເມລິກາ ແຕ່ວັນທີ 6 – 11/7 ຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ວັນທີ 11/7, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເຊີອູນ ມີບົດສຳພາດທ່ານ Chon Yong Hun, ສາດສະດາຈານພະແນກການເມືອງ ແລະ ການພົວພັນສາກົນ, ມະຫາວິທະຍາໄລ ສ. ເກົາຫຼີ, ຫົວໜ້າສະຖາບັນຄົ້ນຄ້ວານະໂຍບາຍ ຫວຽດນາມ ຂອງ ສ. ເກົາຫຼີ, ພ້ອມທັງແມ່ນຮອງປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ, ກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ. ຕາມທ່ານສາດສະດາຈານ Chon Yong Hun ແລ້ວ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ກໍ່ຄືການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ ແລະ ທ່ານປະທານາທິບໍດີ ອາເມລິກາ Barack Obama ປະກອບສ່ວນສຳຄັນເຂົ້າໃນການຍົກສູງຄວາມໄວ້ເນື້ອເຊື່ອໃຈ, ກໍຄືນຳມາເຊິ່ງບັນດາກາລະໂອກາດພົບປະແລກປ່ຽນ, ການຮ່ວມມືລະຫວ່າງ 2 ຝ່າຍໃນທຸກໆຂົງເຂດເສດຖະກິດ, ການເມືອງ, ການທູດ, ການປ້ອງກັນຊາດ, ການສຶກສາ ແລະ ວັດທະນະທຳ. ກ່ຽວກັບດ້ານເສດຖະກິດ, ຫວຽດນາມ ເຂົ້າຮ່ວມສັນຍາຂ້າມປາຊີຟິກ (TPP) ຈະໄດ້ຮັບຄວາມເຊື່ອໝັ້ນຫຼາຍຢ່າງຈາກຝ່າຍ ອາເມລິກາ, ຈາກນັ້ນຈະປະກອບສ່ວນເພີ່ມວົງເງິນການຄ້າລະຫວ່າງ 2 ປະເທດ. ດ້ານອື່ນ, ບັນດາວິສາຫະກິດນາໆຊາດຂອງ ອາເມລິກາ ຈະເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ໃນນັ້ນບັນດາເຕັກໂນໂລຢີກ້າວໜ້າຂອງ ອາເມລິກາ ໄດ້ນຳເຂົ້າ ຫວຽດນາມ. ກ່ຽວກັບຂົງເຂດການທູດ ແລະ ການປ້ອງກັນຊາດ, 2 ປະເທດລ້ວນແຕ່ມີຄວາມຮັບຮູ້ວ່າຕ້ອງມີການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອໃຫ້ ເອເມລິກາ ສາມາດປະຕິບັດນະໂຍບາຍ “ສ້າງຄວາມດຸ່ນດຽງຢູ່ ອາຊີ ຄືນໃໝ່”, ໃນຂະນະ ຫວຽດນາມ ຕ້ອງແກ້ໄຂບັນຫາທະເລຕາເວັນອອກ ແລະ ບັນດາບັນຫາປ້ອງກັນຄວາມສະຫງົບອື່ນ. ຕາມທ່ານສາດສະດາຈານ Chon Yong Hun ແລ້ວ, 2 ປະເທດຈະຍູ້ແຮງການຮ່ວມມືດ້ານການທະຫານ.