(vovworld) - ຕອນບ່າຍວັນທີ 19/3, ໃນການຕ້ອນຮັບທ່ານ Ahmed Aboutaleb, ເຈົ້າຄອງນະຄອນ Rotterdam (ປະເທດ ໂຮນລັງ), ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ເລແທງຫາຍ ປາດຖະໜາຢາກຮ່ຳຮຽນເອົາບົດຮຽນ ແລະ ຮ່ວມມືກັບ ໂຮນລັງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໃນຂະນະນັ້ນ, ໃນການຕ້ອນຮັບເຈົ້າຄອງນະຄອນຫຼວງ Manila (ປະເທດ Philippinnes) Alfredo S. Lim, ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຢືນຢັນວ່າ: ຫວຽດນາມ ແລະ Philippinnes ມີການພົວພັນອັນດີງາມ, ນັ້ນແມ່ນພື້ນຖານສະດວກ ເພື່ອໃຫ້ການຮ່ວມມືລະຫວ່າງ 2 ປະເທດ, ລະຫວ່າງ 2 ນະຄອນແຮກສ່ຽວແມ່ນນະຄອນ ໂຮ່ຈີມິນ ແລະ Manila ນັບມື້ນັບບັນລຸຜົນງານຫຼາຍຢ່າງ. ການນຳນະຄອນ Rotterdam (ປະເທດ ໂຮນລັງ) ແລະ ນະຄອນ Manila (ປະເທດ Philippinnes) ລ້ວນແຕ່ເນັ້ນໜັກເຖິງບັນດາຂົງເຂດຄວນໄດ້ຮັບການຍູ້ແຮງໃນການຮ່ວມມືລະຫວ່າງ 2 ນະຄອນ ກັບ ນະຄອນ ໂຮ່ຈີມິນ ແມ່ນ: ການສຶກສາ, ບຳລຸງສ້າງພາສາອັງກິດ, ສະໜອງນ້ຳ, ການທ່ອງທ່ຽວ.... ສະເພາະໃນຂົງເຂດສຶກສາ, ທ່ານ Alfredo S. Lim ໃຫ້ຮູ້ວ່າ: Manila ພ້ອມແລ້ວທີ່ຈະໜູນຊ່ວຍທຶນສຶກສາໃຫ້ແກ່ນັກສຶກສາທີ່ມີເງື່ອນໄຂຢ່າງພຽງພໍເຊິ່ງນະຄອນໂຮ່ຈີມິນ ສົ່ງໄປຮຽນຢູ່ມະຫາວິທະຍາໄລອັນດັບໜຶ່ງ 2 ແຫ່ງຂອງ Philipines.