(ທ່ານ ຫງວຽນຢູຍຫວຽດ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ)
(vovworld) – ຄະນະປະຕິບັດງານຂອງຄະນະຂົນຂວາຍປະຊາຊົນສູນກາງ ໂດຍທ່ານ ຫງວຽນຢູຍຫວຽດ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງນຳໜ້າ ຫາກໍ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ອາເມລິກາ ເພື່ອແນໃສ່ຊອກຮູ້ບົດຮຽນກ່ຽວກັບວິທີສຳພັດ ແລະ ແກ້ໄຂຄຳເຫັນປະກອບຂອງປະຊາຊົນໃນວິວັດການສ້າງນະໂຍບາຍ. ຄະນະໄດ້ມີການເຮັດວຽກກັບສະພາປ້ອງກັນຄວາມສະຫງົບແຫ່ງຊາດ, ທີ່ປຶກສາພິເສດຂອງປະທານາທິບໍດີ Barack Obama. ແລະ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ. ຕີລາຄາກ່ຽວກັບຄວາມສາມາດໝູນໃຊ້ບັນດາບົດຮຽນທີ່ໄດ້ແບ່ງປັນກັບຝ່າຍອາເມລິກາ ເຂົ້າໃນສະພາບຕົວຈິງຢູ່ຫວຽດນາມ. ທ່ານ ຫງວຽນຢູຍຫວຽດ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ໃຫ້ຮູ້ວ່າ:
“ປະຈຸບັນ, ພັກເຮົາໄດ້ມີແຜນນະໂຍບາຍເພີ່ມທະວີການຮັບເອົາຄຳເຫັນຂອງປະຊາຊົນ ແລະ ມີທັດສະນະທີ່ວ່າ ທຸກກົນໄກ - ນະໂຍບາຍຂອງພັກ ແລະ ລັດ, ກົດໝາຍຂອງລັດລ້ວນແຕ່ເພື່ອປະຊາຊົນ, ມາຈາກປະຊາຊົນ. ພວກເຮົາພວມສ້າງບັນດາວິທີສາມາດເສີມຂະຫຍາຍຄວາມສາມາດ ພູມປັນຍາໃນໝູ່ປະຊາຊົນ, ພິເສດແມ່ນຄວາມສາມາດບົ່ມຊ້ອນ - ຫົວຄິດປະດິດສ້າງຂອງປະຊາຊົນ ແລະ ຕ້ອງເລີ່ມມາຈາກພຶດຕິກຳຕົວຈິງ ແລະ ບົດຮຽນຂອງປະຊາຊົນ ເພື່ອສ້າງກົນໄກ - ນະໂຍບາຍ. ນະໂຍບາຍຕ້ອງຖືກຕ້ອງກັບຄວາມມຸ້ງຫວັງ ແລະ ຕອບສະໜອງຄວາມປາຖະໜາຂອງທົ່ວປວງຊົນ“