ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮູນແຊນ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 18/12, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮູນແຊນ ໄດ້ໄປຮອດນະຄອນຫຼວງ ບາງກອກ, ເລີ່ມຕົ້ນການຢ້ຽມຢາມ ໄທຢ່າງເປັນທາງການ. ຄາດວ່າໃນຂອບເຂດການຢ້ຽມຢາມ, ທ່ານ ຮູນແຊນ ຈະເປັນປະທານຮ່ວມກອງປະຊຸມຄະນະລັດຖະບານລວມຂອງສອງປະເທດໃນວັນທີ 19/12.
ການຢ້ຽມຢາມໄດ້ຮັບການຕີລາຄາວ່າ ແມ່ນບາດກ້າວເພື່ອເພີ່ມທະວີການພົວພັນທາງການທູດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງອາຊີຕາເວັນອອກສ່ຽງໃຕ້ ທີ່ມີຄວາມຄ້າຍຄືກັນຫຼາຍຢ່າງ ກ່ຽວກັບດ້ານປະຫວັດສາດ, ການເມືອງ, ແລະ ວັດທະນະທຳ. ກ່າວຄວາມເຫັນກັບວົງການສື່ມວນຊົນກ່ອນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຮູນແຊນ, ທ່ານເອກອັກຄະລັດຖະທູດ ກຳປູເຈຍປະຈຳ ໄທ Eat Sophea ໃຫ້ຮູ້ວ່າ: “ເຂດເສດຖະກິດພິເສດໃກ້ກັບຊາຍແດນ ໄທ - ກຳປູເຈຍ ຈະໄດ້ຮັບການສ້າງຕັ້ງ ແລະ ໝັ້ນໝາຍ ຈະນຳມາເຊິ່ງກາລະໂອກາດຮ່ວມມື, ລົງທຶນຫຼາຍຢ່າງໃຫ້ເສດຖະກິດສອງປະເທດ“.