ນາຍົກລັດຖະມົນຕີສະເໜີສ້າງແຜນການພັດທະນາເສດຖະກິດ-ສັງຄົມປີ2015
ພາບປະກອບ
(vovworld) – ນາຍົກລັດຖະມົນຕີ ຫາກໍ່ມີຄຳສັ່ງສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ, ກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດ ຜັນຂະຫຍາຍກໍ່ສ້າງແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2015. ຄຳສັ່ງຊີ້ແຈ້ງຈຸດໝາຍສັງລວມຂອງແຜນການພັດທະນາເສດຖະກິດ - ສັງຄົມປີ 2015 ແມ່ນສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ສຸ້ຊົນບັນລຸລະດັບເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ປະມານ 6 – 6,2%, ປະຕິບັດບັນດາຈຸດໝາຍຮັບປະກັນຊີວິດສັງຄົມ, ສະຫວັດດີການສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ, ເປີດກ້ວາງ ແລະ ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາອະທິປະໄຕແຫ່ງຊາດ, ຮັບປະກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ເພີ່ມທະວີກຳລັງ ປະຕິບັດກົດໝາຍບົນທະເລ, ເດັດດ່ຽວຕໍ່ສູ້ປົກປັກຮັກສາອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດ ຢູ່ທະເລຕາເວັນອອກ, ມານະພະຍາຍາມແກ້ໄຂສະພາບ ສັບສົນດ້ວຍມາດຕະການສັນຕິພາບບົນພື້ນຖານ ກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC).