ນາຍົກລັດຖະມົນຕີຫງວຽນຊວນຟຸກຊີ້ນຳແຂວງລອງອານຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃຫຍ່
ຫວູຢູ້ງ, ນັກຂ່າວVOV -  
ທ່ານ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ລອງອານ
(ພາບ: baolongan.vn/)
|
(vovworld) – ຕອນບ່າຍວັນທີ 17/10, ຢູ່ແຂວງ ລອງອານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ເຮັດວຽກກັບການນຳແຂວງ ລອງອານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງສືບຕໍ່ສ້າງເຂດເຮັດກະເສດສຸມປອດສານພິດ, ສ້າງເຄື່ອງໝາຍການຄ້າ ບໍ່ພຽງແຕ່ໃຫ້ແກ່ແຂວງ ລອງອານ ເທົ່ານັ້ນ ຫາກຍັງສ້າງເຄື່ອງໝາຍການຄ້າໃຫ້ທັງເຂດທົ່ງພຽງແມ່ນ້ຳຂອງອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ການສ້າງໂຄງປະກອບເສດຖະກິດຂອງແຂວງ ລອງອານ ມີການຫັນປ່ຽນຢ່າງໄວ, ມີຄຸນນະພາບ, ແຕ່ຍັງຄົງຕ້ອງການສືບຕໍ່ສ້າງໂຄງປະກອບຢ່າງແຮງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ມອບໜ້າທີ່ໃຫ້ແຂວງ ຮອດປີ 2018 ຕ້ອງເປັນເຈົ້າການແຫຼ່ງງົບປະມານແທນທີ່ຮັບການໜູນຊ່ວຍຈາກສູນກາງ.
ຫວູຢູ້ງ, ນັກຂ່າວVOV