ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ຍົກສູງປະສິດທິຜົນແຫຼ່ງເງິນລົງທຶນພາກລັດ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ຍົກສູງປະສິດທິຜົນແຫຼ່ງເງິນລົງທຶນພາກລັດ - ảnh 1
ກອງ​ປະ​ຊຸມ​​ຖືກ​ຈັດ​ຕັ້ງ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 21/4

(vovworld) - ​​ ​ກອງ​ປະ​ຊຸມ​​ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​ເນັດ​ທົ່ວ​ປະ​ເທດ​ສະ​ຫລຸບ 3 ປີແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ກ່ຽວ​ກັບ “ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົບ​ຊຸດ​ເພື່ອ​ແນ​ໃສ່​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ ​ຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2020 ໂດຍ​ພື້ນ​ຖານ” (ມະ​ຕິ 13) ດຳ​ເນີນ​ໄປ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 21/4, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປ​ະ​ທານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງ​ຢືນ​ວ່າ: ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ການ​ລົງ​ທຶນ​ແຫ່ງ​ລັດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ດ້ວຍ​ການ​ລະ​ດົມ​ບັນ​ດາ​ແຫຼງ​ກຳ​ລັງ​ຫັນ​​ການ​ລົງ​ທຶນ​ມາເປັນ​ຂອງ​ສັງ​ຄົມ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ຊຸກ​ຍູ້​ເສດ​ຖະ​ກິດ​ສັງ​ຄົມ ພັດ​ທະ​ນາ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ປັບ​ປຸງ ແລະ ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ. ບົນ​ພື້ນ​ຖານ​ໄຈ້​ແຍກ​ບັນ​ດາ​ສິ່ງ​ຄົງ​ຄ້າງ, ຂໍ້​ຈຳ​ກັດ​ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 13, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຊ​ີ້​ແຈ້ງວ່າ:

        “ລະ​ບອບ, ກົດ​ໝາຍ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ປະ​ຕິ​ຮູບຫຼາຍ​ແລ້ວ ແຕ່​ຍັງ​ມີ​ສິ່ງ​​ທີ່ຄົງ​ຄ້າງ​ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ… ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ສະ​ເໜີ​ຕ້ອງກວດ​ກາ​ລະ​ບອບ, ລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້​ສົມ​ບູບ​ແບບ ເພື່ອ​ໃຫ້​ວຽກ​ງານ​ລົງ​ທຶນນີ້​ລະ​ດົ​ມ​ໄດ້​ແຫຼ່ງ​ກຳ​ລັງຫຼາຍ​ກ່​ວາ​ຈາກ​ສັງ​ຄົມ. ພ້ອ​ມ​ທັງ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ທຶນ​ລະ​ດົມ​ໄດ້, ​ເຊິ່ງ​ກ່ອນ​ອື່ນ​ໝົດ​ແມ່ນ​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແຫຼ່ງ​ທຶນ​ຂອງ​ລັດ, ເຮັດ​ແນ​ວ​ໃດ​ໃຫ​້​ກິດ​ຈະ​ກຳ​ດີ​ກ່​ວາອ​ີກ, ບໍ່​ປະ​ໃຫ້ເກີດ​​ປະ​ກົດ​ການ​ຫຍໍ້​ທໍ້… ນັ້ນ​ແມ່ນ​ວິ​ທີ​ປະ​ຕິ​ຮູບ​ລະ​ບອບ​​ລະ​ບຽບ​ການດີ​ທີ່​ສຸດ ແລະ ໝັ້ນ​ຄົງ.”

                                                            


ຂ່າວ/ບົດ​ອື່ນ