ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ຍູ້ແຮງການມອບສິດເປັນເຈົ້າຕົນເອງໃຫ້ບັນດາມະຫາວິທະຍາໄລຫຼາຍກ່ວາອີກ
ການປະຊຸມກ່ຽວກັບການມອບສິດເປັນເຈົ້າຕົນເອງໃຫ້ບັນດາມະຫາວິທະຍາໄລຂອງລັດ
(vovworld) – ຕອນເຊົ້າວັນທີ 26/8, ກ່າວຄຳເຫັນທີ່ການປະຊຸມກ່ຽວກັບການມອບສິດເປັນເຈົ້າຕົນເອງໃຫ້ບັນດາມະຫາວິທະຍາໄລຂອງລັດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກແຜນນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການມອບສິດເປັນເຈົ້າຕົນເອງ, ຮັບຜິດຊອບເອງໃຫ້ບັນດາມະຫາວິທະຍາໄລຜ່ານສະພາບການຕົວຈິງຢັ້ງຢືນວ່ານີ້ແມ່ນແຜນນະໂຍບາຍຖືກຕ້ອງ ແລະ ມີບັນດາໝາກຜົນໃນເບື້ອງຕົ້ນ. ດັ່ງນັ້ນ, ຈິດໃຈແມ່ນຕັດສິນໃຈຍູ້ໄວກ່ວາ, ແຮງກ່ວາເລື່ອງມອບສິດເປັນເຈົ້າຕົນເອງໃຫ້ບັນດາມະຫາວິທະຍາໄລ ດ້ວຍຈຸດໝາຍສູງສຸດແມ່ນຍົກສູງຄຸນນະພາບການບຳລຸງສ້າງ, ເພື່ອສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຕອບສະໜອງໃຫ້ຄວາມຕ້ອງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ພັກ ແລະ ລັດເຮົາຢັ້ງຢືນການສຶກສາແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກໍ່ກຳນົດ 3 ຂອດບຸກທະລຸຍຸດທະສາດໃນນັ້ນຖືການສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງຕິດພັນກັບການພັດທະນາວິທະຍາສາດເຕັກໂນໂລຢີແມ່ນ ຂອດບຸກທະລຸຍຸດທະສາດເພື່ອໃຫ້ພວກເຮົາຫັນປ່ຽນກົນໄກເສດຖະກິດ, ປ່ຽນໃໝ່ຮູບແບບການເຕີບໂຕ, ເພື່ອຫັນເປັນອຸດສາຫະກຳ, ທັນສະໄໝ, ເພື່ອພັດທະນາໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຈິດໃຈລວມແມ່ນ “ການສຶກສາ - ບຳລຸງສ້າງຕ້ອງແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ໃນການພັດທະນາແບບຍືນຍົງຂອງປະເທດຊາດ, ປັດໄຈມະນຸດມີຄວາມໝາຍຕັດສິນຊີ້ຂາດ, ກຳລັງແຮງຂອງມະນຸດແມ່ນຢູ່ໃນພຸມປັນຍາ, ຢູ່ໃນແຫຼ່ງຊັບພະຍາກອນມະນຸດ.”