ນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງໄປມຽນມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 25
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢູ່ສະໜາມບິນສາກົນ Nay Pyi Taw
(ພາບ: nguyentandung.org)
(vovworld) - ຕອນຄຳ່ວັນທີ 11/11, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸ້ງ ໄດ້ໄປຮອດນະຄອນຫຼວງ Nay Pyi Taw ປະເທດມຽນມາ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 25 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີປະເທດເຈົ້າພາບ Thein Sein . ຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕິ້ນຢຸ້ງ ຢູ່ສະໜາມບິນສາກົນ Nay Pyi Taw ມີບັນດາສະມາຊິກລັດຖະບານມຽນມາ, ທ່ານເອກອັກຄະລັດຖະທູດມຽນມາປະຈຳຫວຽດນາມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຟ້າມກວາງວິງ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳມຽນມາຟ້າມແທງຢຸ້ງ ແລະ ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມປະຈຳອາຊຽນຫວູດັງຢຸ້ງ ພ້ອມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳມຽນມາ.
ຕອນເຊົ້າວັນທີ 12/11, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕິ້ນຢຸ້ງ ພ້ອມກັບບັນດາການນຳ ອາຊຽນ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ ອາຊຽນຄັ້ງທີ 25. ພາຍຫຼັງພິທີເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນເຕິ້ນຢຸ້ງ ໄດ້ເຂົ້າຮ່ວມບັນດາວາລະປະຊຸມ ແລະ ບັນດາການເຄື່ອນໄຫວສຳຄັນໃນຂອບເຂດກອງປະຊຸມ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕິ້ນຢຸ້ງ ກໍ່ມີບັນດາການພົບປະ 2 ຝ່າຍ ກັບການນຳບັນດາປະເທດ, ບັນດາອົງການສາກົນເພື່ອແລກປ່ຽນບັນດາມາດຕະການຮັດແໜ້ນສາຍພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມື 2 ຝ່າຍໃນທຸກຂົງເຂດ.