ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບທ່ານເອກອັກຄະລັດຖະທູດປອັກຕຸຍການ, ເຊີເບຍ
(ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ
ຕ້ອນຮັບທ່ານ Francisco Assis Morais Cunha Vazpatto)
(vovworld) - ຕອນເຊົ້າວັນທີ 10/11, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Francisco Assis Morais Cunha Vazpatto, ເອກອັກຄະລັດຖະທູດປອັກຕຸຍການ ປະຈຳໄທ ທັງເປັນຜູ້ຮັບຜິດຊອບໜ້າທີ່ການທູດຢູ່ຫວຽດນາມ ແລະ ທ່ານ Slobodan Marincovik, ເອກອັກຄະລັດຖະທູດເຊີເບຍ ປະຈຳອິນໂດເນເຊຍ ທັງເປັນຜູ້ຮັບຜິດຊອບໜ້າທີ່ການທູດຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີປອັກຕຸຍການ ລົງນາມ ແລະ ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ, ລົງນາມໃນສັນຍາເສຍພາສີຊ້ອນລະຫວ່າງສອງປະເທດໂດຍໄວ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຫັນດີເປັນເອກະພາບຕໍ່ທ່ານເອກອັກຄະລັດຖະທູດປອັກຕຸຍການ ກ່ຽວກັບເລື່ອງຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ກິລາ, ວັດທະນະທຳລະຫວ່າງສອງປະເທດ, ຜ່ານນັ້ນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ. ສ່ວນທ່ານເອກອັກຄະລັດຖະທູດ Francisco Assis Morais Cunha Vazpatto ຢັ້ງຢືນວ່າ ປອັກຕຸຍການສະໜັບສະໜູນສັນຍາການຄ້າຫວຽດນາມ-ອີຢູ ແລະ ຈະມານະພະຍາຍາມເພື່ອໃຫ້ສັນຍານີ້ໄດ້ຮັບການລົງນາມ ແລະ ຜັນຂະຫຍາຍໂດຍໄວ.
ທີ່ການຕ້ອນຮັບທ່ານ Slobodan Marincovik ເອກອັກຄະລັດຖະທູດເຊີເບຍ ປະຈຳອິນໂດເນເຊຍ ທັງເປັນຜູ້ຮັບຜິດຊອບໜ້າທີ່ການທູດຢູ່ຫວຽດນາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ສອງຝ່າຍ ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີສອງຝ່າຍ ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ-ເຊີເບຍ ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ເພື່ອໃຫ້ວິສາຫະກິດສອງປະເທດໄດ້ຊອກຮູ້, ແລກປ່ຽນກາລະໂອກາດການຮ່ວມມືລະຫວ່າງສອງປະເທດ. ສ່ວນທ່ານ Slobodan Marincovik ໃຫ້ຮູ້ວ່າ ຈະມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດທີ່ສອງປະເທດມີຄວາມສາມາດບົ່ມຊ້ອນຄືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການສຶກສາ.