ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ Sojitz (ຍີ່ປຸ່ນ)

(VOVWORLD) -ຕອນບ່າຍວັນທີ 01 ມີນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ໃຫ້ກຽດຕ້ອນຮັບທ່ານ Masayoshi Fujimotoປະທານກຸ່ມບໍລິສັດSojitz(ຍີ່ປຸ່ນ).
ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ Sojitz (ຍີ່ປຸ່ນ) - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດ Sojitz (ຍີ່ປຸ່ນ)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂເພື່ອອໍານວຍຄວາມສະດວກໃຫ້ບັນດາກຸ່ມບໍລິສັດ, ວິສາຫະກິດຍີ່ປຸ່ນທີ່ປະສົບຜົນສໍາເລັດໃນການດໍາເນີນທຸລະກິດຢູ່ຫວຽດນາມ, ໃນນັ້ນ ມີກຸ່ມບໍລິສັດ Sojitz. ທ່ານນາຍົກລັດຖະມົນຕີຍັງຍ້ອງຍໍກຸ່ມບໍລິສັດ Sojitzທີ່ໄດ້ຜັນຂະຫຍາຍບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ລົງທຶນເຂົ້າບັນດາເຂດອຸດສາຫະກໍາຢູ່ຫວຽດນາມ ແລະ ຖືວ່າ ສິ່ງດັ່ງກ່າວແມ່ນເໝາະສົມທີ່ສຸດຕໍ່ຄວາມຕ້ອງການຕົວຈິງຂອງບັນດາທ້ອງຖິ່ນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວັງວ່າ ດ້ວຍຄວາມສາມາດບົ່ມຊ້ອນຂອງຕົນ, ກຸ່ມບໍລິສັດ Sojitzຈະສືບຕໍ່ເປີດກ້ວາງການເຄື່ອນໄຫວໃນການຜະລິດ, ດໍາເນີນທຸລະກິດຢູ່ຫວຽດນາມຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນຂະບວນການພັດທະນາເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນດ້ານ ພະລັງງານສະອາດ, ກະສິກໍາ, ຄວາມປອດໄພທາງດ້ານສະບຽງອາຫານຂອງຫວຽດນາມໃຫ້ຫຼາຍຂຶ້ນກວ່າເກົ່າ.

ສໍາລັບຝ່າຍຍີ່ປຸ່ນ, ທ່ານ Masayoshi Fujimotoກໍໄດ້ ຕີລາຄາສູງຕໍ່ຜົນງານທາງດ້ານເສດຖະກິດ - ສັງຄົມທີ່ຫວຽດນາມບັນລຸໄດ້ ແລະ ໃຫ້ຮູ້ຕື່ມອີກວ່າ ປະທານກຸ່ມບໍລິສັດ Sojitzໄດ້ລົງທຶນຢູ່ຫວຽດນາມໃນຫຼາຍຂະແໜງການ ແລະ ມາເປັນຫຼາຍປີແລ້ວ. ປັດຈຸບັນນີ້, ກຸ່ມບໍລິສັດ Sojitzພວມມານະພະຍາຍາມຜັນຂະຫຍາຍໂຄງການຜະລິດເຂົ້າສານພິເສດ ແລະ ມີຄຸນນະພາບສູງຢູ່ຫວຽດນາມ ພາຍໃຕ້ທິດນໍາ “ສ້າງຂະແໜງການສະບຽງອາຫານປອດສານພິດຢູ່ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ