(vovworld) –ໃນຂອບເຂດການປະຕິບັດງານ ແລະ ເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງນິງບິ່ງ, ຕອນເຊົ້າວັນທີ 7/4 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມໂຮງງານປະກອບລົດໂອໂຕຂອງບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດ Hyundai Thanh Cong, ເຊິ່ງແມ່ນຫົວໜ່ວຍປະກອບລົດໂອໂຕທີ່ມີຂອບຂະໜາດໃຫຍ່ອັນດັບສອງຂອງຫວຽດນາມ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ກຸ່ມບໍລິສັດດັ່ງກ່າວ ສືບຕໍ່ໃກ້ຊິດຕິດແທດກັບຍຸດທະສາດພັດທະນາຂະແໜງອຸດສາຫະກຳ ລົດໂອໂຕຫວຽດນາມທີ່ໄດ້ປະກາດໃຊ້; ຍູ້ແຮງການຮ່ວມມືກັບສາກົນ, ຖ່າຍທອດເຕັກໂນໂລຊີ. ພ້ອມກັນນັ້ນ ແມ່ນການຄິດໄລ່ຊັ່ງຊາ ເພື່ອສາມາດສົ່ງອອກຜະລິດຕະພັນໄປຍັງຕະຫຼາດອາຊຽນ.