ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
(ພາບປະກອບ)
(vovworld) – ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Tony Abbott ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key, ຕອນເຊົ້າວັນທີ 16/3, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ພັນລະຍາ ໄດ້ທີ່ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ, ໄປຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການແຕ່ວັນທີ 17 – 18/3 ແລະ ນິວຊິແລນ ແຕ່ວັນທີ 19 – 20/3.
ການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເພື່ອແນໃສ່ສືບຕໍ່ປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບ 2 ປະເທດຢ່າງເລິກເຊິ່ງກວ່າອີກໃນສະພາບການໂລກມີການຜັນແປຫລາຍຢ່າງ. ເນື່ອງໃນເຫດການນີ້, ຫຼັງຈາກລາຍການຂ່າວ, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ມີບົດຂຽນດ້ວຍຫົວຂໍ້ວ່າ: “ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ກັບ ອົດສະຕາລີ ແລະ ນິວຊິແລນ”.
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເດີນທາງຮອດSydney
(vovworld)- ຕອນຄ່ຳວັນທີ 16/3, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ພັນລະນາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ເດີນທາງຮອດນະຄອນ Sydney, ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Tony Abbott ແລະ ພັນລະຍາ. ນີ້ແມ່ນການຢ້ຽມຢາມອົດສະຕາລີ ຄັ້ງທີ 2 ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ. ການຢ້ຽມຢາມ ອົດສະຕາລີ ຄັ້ງນີ້ບໍ່ພຽງແຕ່ສືບຕໍ່ຮັດແຫນ້ນການພົວພັນມິດຕະພາບກັບອົດສະຕາລີ ເທົ່ານັ້ນ ຫາກຍັງຍູ້ແຮງການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບແທດຈິງກວ່າໃນທຸກຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ.