ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກກັບສະມາຄົມນັກຮົບເກົ່າຫວຽດນາມ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກກັບສະມາຄົມນັກຮົບເກົ່າຫວຽດນາມ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
ແລະ ຄະນະຜູ້ແທນສະມາຄົມນັກຮົບເກົ່າ
(ພາບ: nguyentandung.org)

(vovworld) – ຕອນ​ເຊົ້າ​ວັນ​ທີ 13/3, ທ່ານ​ນາຍົກລັດ​ຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຫວັງ​ວ່າ: ສະມາຄົມ​ນັກຮົບ​ເກົ່າ​ຈະ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນກັນ​ລັດຖະບານ, ຄະນະພັກ​,  ອຳນາດ​ການ​ປົກ​ຄອງ​ທຸກ​ຂັ້ນເສີມ​ຂະຫຍາຍ​ການປະຕິບັດ​ບັນດາ​ໜ້າ​ທີ່, ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປ​ຢ່າງ​ມີ​ໄຊ. ກ່ອນ​ອື່ນ​ໝົດ​ແມ່ນ​ຮັກສາ ​ແລະ ປຸກລະດົມ​ບັນດາ​ຂະ​ບວນການ​ແຂ່ງຂັນ, ປະກອບສ່ວນ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະ​ບຽນ​ຮຽບຮ້ອຍ​ທາງ​ສັງ​ຄົມ, ປະຕິບັດ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ແນວ​ທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະຢ່າງ​ມີ​ປະສິດທິ​ຜົນ ກໍ​ຄື​ປະຕິບັດກົນ​ໄກ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໃນ​ການ​ກໍ່ສ້າງ​ລະບອບ, ນະ​ໂຍບາຍ.​​.​. ​ເປັນ​ຢ່າງດີ.

        ທ່ານ​ນາຍົກ​ລັດຖະມົນຕີ​ກໍ​ສະ​ເໜີ​ໃຫ້​ສະມາຄົມ​ນົກ​ຮົບ​ເກົ່າ​ຫວຽດນາມ ​ເອົາ​​ໃຈ​ໃສ່​ເຖິງ​ການເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານວັດຖຸ, ຈິດ​ໃຈ​ໃຫ້​ແກ່​ສະມາຊິກ​ແຕ່ລະຄົນ, ປະຕິບັດ​ບັນດາ​ນະ​ໂຍບາຍ​ທີ່​ກ່ຽວ​ຂ້ອງ​​ເຖິງ​ນັກຮົບ​​ເກົ່າ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ