ນຳວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມແລະສ.ເກົາຫຼີໃຫ້ຂຶ້ນສູ່ລະດັບ 100 ຕື້ USD ໃນປີ 2020
ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕູ໋, ໄດ້ຍືນສານຕາຕັ້ງ
ຕໍ່ຜູ້ຮັກສາການປະທານາທິບໍດີສ.ເກົາຫຼີ ທ່ານ Hwang kyo ahn
(ພາບ: vietnamplus.vn)
(vovworld) - ວັນທີ 24/04, ຢູ່ນະຄອນຫຼວງ ເຊີອຸນ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັບແຫ່ງສສ.ຫວຽດນາມ ປະຈຳສ.ເກົາຫຼີ ຫງວຽນຫວູຕູ໋, ໄດ້ຍືນສານຕາຕັ້ງຕໍ່ຜູ້ຮັກສາການປະທານາທິບໍດີສ.ເກົາຫຼີ ທ່ານ Hwang kyo ahn. ທີ່ການຕ້ອນຮັບພາຍຫຼັງພິທີຍືນສານຕາຕັ້ງ, ຜູ້ຮັກສາການປະທານາທິບໍດີສ.ເກົາຫຼີ ທ່ານ Hwang kyo ahn ສະແດງຄວາມປາດຖະໜາວ່າ 2 ປະເທດຈະເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ພິເສດແມ່ນໃນປີ 2017 ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ຝ່າຍ (22/12/1992 – 22/12/2017), ພ້ອມທັງສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອນຳວົງເງິນການຄ້າລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບ 100 ຕື້ USD ໃນປີ 2020.
ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຫວູຕູ໋ ສະເໜີຕໍ່ຜູ້ຮັກສາການປະທານາທິບໍດີສ.ເກົາຫຼີ ທ່ານ Hwang kyo ahn ແລະ ລັດຖະບານສ.ເກົາຫຼີ ສືບຕໍໃຫ້ບຸລິມະສິດຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ຮ່ວມມືໃນບັນດາເວທີປາໄສສາກົນ…