ຄວາມຄືບໜ້າໃນການປ່ອຍເງິນສາທາລະນະຍັງຊັກຊ້າ
(ພາບປະກອບ)
(vovworld) – “ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຍູ້ໄວຄວາມຄືບໜ້າໃນການປ່ອຍເງິນລົງທຶນສາທາລະນະເພື່ອຮັບປະກັນວຽກເຮັດງານທຳ ແລະ ການເຕີບໂຕຂອງພື້ນຖານເສດຖະກິດ”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ທີ່ວາລະປະຊຸມຖືກດຳເນີນໃນຕອນບ່າຍວັນທີ 21/6, ຢູ່ຮ່າໂນ້ຍ. ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນກ່ຽວກັບການປ່ອຍງົບປະມານຂອງລັດແລ້ວ, ຍອດຈຳນວນເງິນລົງທຶນທີ່ສະພາແຫ່ງຊາດມອບໃຫ້ແຜນການປີ 2016 ແມ່ນເກືອບ 255.000 ຕື້ດົ່ງ. ມາຮອດປະຈຸບັນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໄດ້ຮັບເງິນ 30% ໃນແຜນການທີ່ທ່ານນາຍົກລັດຖະມົນຕີມອບໝາຍໃຫ້. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ປີ 2016, ບັນດາອົງການຢູ່ຂັ້ນຕ່າງໆຕ້ອງສຸມໃສ່ປະຕິບັດຫຼາຍໜ້າທີ່ການເມືອງ, ມີຜົນກະທົບເຖິງແຜນການປ່ອຍເງິນລົງທຶນສາທາລະນະ, ບັນດາກະຊວງກວດກາ, ປັບປຸງບັນດາເອກະສານແນະນຳການປະຕິບັດການລົງທຶນບັນດາໂຄງການ, ຍູ້ແຮງການມອບທຶນ ແລະ ຄວບຄຸມຄຸນນະພາບ, ບັນດາໂຄງການລົງທຶນສາທາລະນະ, ຮັບປະກັນເສີມຂະຫຍາຍຄຸນຄ່າຂອງໂຄງການສຳລັບການພັດທະນາເສດຖະກິດ - ສັງຄົມ. ສຳລັບໂຄງການຈຸດໝາຍແຫ່ງຊາດ, ທ່ານຮອງນາຍົກລັດຖະມົນຕີ ສະເໜີບັນດາອົງການກ່ຽວຂ້ອງກວດກາບັນດາໂຄງການໂດຍໄວ ເພື່ອໃຫ້ 2 ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນມີແຜນການມອບທຶນລະອຽດເພ່ືອຜັນຂະຫຍາຍ.