ບັນດາວິສາຫະກິດຫວຽດນາມຄວນມີຍຸດທະສາດພັດທະນາໂດຍພື້ນຖານ
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ບຸ່ຍກວາງວີງ
(ພາບປະກອບ)
(vovworld) – ໜຶ່ງໃນບັນດາການປະຕິຮູບສຳຄັນທີ່ສຸດແມ່ນສ້າງກອບກົດໝາຍໃຫ້ຂົງເຂດເອກະຊົນ ແລະ ບັນດາຂົງເຂດເສດຖະກິດອື່ນນອກລັດ ເຂົ້າຮ່ວມການລົງທຶນກໍ່ສ້າງໂຄງປະກອບພື້ນຖານໂຄງລ່າງ, ເຂົ້າຮ່ວມການພັດທະນາເສດຖະກິດ, ສະໜອງບໍລິການຂອງລັດໃຫ້ແກ່ປະເທດຊາດ. ນີ້ແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ບຸ່ຍກວາງວີງ ໃນລາຍການ “ປະຊາຊົນຖາມ - ລັດຖະມົນຕີຕອບ” ຫວ່າງແລ້ວນີ້. ທ່ານລັດຖະມົນຕີກະຊວງແຜນການ - ການລົງທຶນ ໄດ້ຊີ້ແຈ້ງວ່າບັນດາວິສາຫະກິດຕ່າງປະເທດ ເມື່ອຈົດທະບຽນເຄື່ອນໄຫວຢູ່ ຫວຽດນາມ ຕ້ອງປະຕິບັດຕາມກົດໝາຍ ຫວຽດນາມ ແລະ ເຄື່ອນໄຫວຄືບັນດາວິສາຫະກິດພາຍໃນປະເທດ. ດັ່ງນັ້ນ, ຫວຽດນາມ ບໍ່ຈຳແນກພາກສ່ວນເສດຖະກິດລົງທຶນຕ່າງປະເທດ (FDI) ແລະ ພາກສ່ວນເສດຖະກິດພາຍໃນປະເທດ. ບັນຫາວາງອອກນັ້ນແມ່ນ, ເຮັດແນວໃດເພື່ອໃຫ້ວິສາຫະກິດພາຍໃນປະເທດຕ້ອງບື່ນຕົວຂຶ້ນ, ບັນລຸໄດ້ບັນດາໝາກຜົນທຽບເທົ່າກັບກຸ່ມ FDI. ເພື່ອເຮັດສິ່ງດັ່ງກ່າວໃຫ້ໄດ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ບຸ່ຍກວາງວີງ ຖືວ່າ:
“ຄວນແກ້ໄຂທຸກໆສິ່ງທຸກຢ່າງທີ່ຍັງຄົງຄ້າງເປັນພື້ນຖານທີ່ສຸດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ. ຕົວຢ່າງຄື: ຊື້ - ຂາຍໜີ້ສິນໂດຍໄວເພື່ອໃຫ້ບັນດາວິສາຫະກິດມີຍຸດທະສາດພັດທະນາເປັນຢ່າງດີ, ມີເງື່ອນໄຂພັດທະນາຢ່າງວ່ອງໄວລົບລ້າງໜີ້ເສຍແລະ ສຳພັດກັບແຫຼ່ງສິນເຊື່ອຕຳ່, ວິສາຫະກິດເອກະຊົນຕ້ອງໄດ້ຮັບການສຳພັດກັບແຫຼ່ງຊັບພະຍາກອນ, ແຫຼ່ງກຳລັງຂອງປະເທດຊາດຢ່າງຍຸຕິທຳ, ກະຈ່າງແຈ້ງ. ບັນດາວິສາຫະກິດ ຫວຽດນາມ ຕ້ອງບື່ນຕົວຂຶ້ນ, ຢ່າງຮຽບຮ້ອຍກ່ວາ.”