ບັນດາເຈົ້າໜ້າທີ່ຂັ້ນສູງສປຊກ່າວປະນາມເຫດການກໍ່ການຮ້າຍຢູ່ຝລັ່ງ
ເຈົ້າໜ້າທີ່ຂັ້ນສູງຂອງສະຫະປະຊາຊາດຫຼາຍທ່ານ
ໄດ້ກ່າວປະນາມເຫດການກໍ່ການຮ້າຍຢູ່ Nice
(ພາບ: CNN)
(vovworld) - ວັນທີ 15/07, ເຈົ້າໜ້າທີ່ຂັ້ນສູງຂອງສະຫະປະຊາຊາດຫຼາຍທ່ານໄດ້ກ່າວປະນາມເຫດການກໍ່ການຮ້າຍຢູ່ Nice, ໃນຄ່ຳຄືນວັນທີ 14/07 ຢູ່ຝລັ່ງ, ພ້ອມທັງຮຽກຮ້ອງຄວາມມານະພະຍາຍາມເພື່ອຕໍ່ສູ້ກັບລັດທິກໍ່ການຮ້າຍ ແລະ ການໃຊ້ຄວາມຫົວຮຸນແຮງ. ໃນຖະແຫຼງການເຊິ່ງໂຄສົກທີ່ຕາງໜ້າໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ອ່ານ, ໃນນັ້ນທ່ານ Ban Ki Moon ໄດ້ສະແດງຄວາມເສົ້າສະຫຼົດໃຈເຖິງບັນດາຄອບຄົມຜູ້ປະສົບເຄາະຮ້າຍໃນເຫດກໍ່ການຮ້າຍນີ້, ກໍຄືເຖິງລັດຖະບານ ແລະ ປະຊາຊົນຝລັ່ງ ທັງໝົດ. ທ່ານ Ban Ki Moon ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ແລະ ພາກພື້ນເພື່ອຕໍ່ສູ້ກັບລັດທິກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ.
ທ່ານເອກອັກຄະລັດຖະທູດຍີ່ປຸ່ນ Koro Bessho, ປະທານສະພາຄວາມໝັ້ນຄົງສະຫະປະຊາຊາດໃນເດືອນ 07 ໄດ້ອ່ານຖະແຫຼງການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນໄດ້ກ່າວປະນາມເຫດການກໍ່ການຮ້າຍຢູ່ຝລັ່ງ ແລະ ເນັ້ນໜັກວ່າ, ລັດທິກໍ່ການຮ້າຍ ແມ່ນໄພນາບຂູ່ຢ່າງຮ້າຍແຮງທີ່ສຸດສຳລັບສັນຕິພາບ ແລະ ສະຖຽນລະພາບຂອງໂລກ
ສ່ວນທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດ Mogens Lykketoft ແລະ ທ່ານນາງ Irina Bokova, ຫົວໜ້າອົງການ UNESCO ມີສຳນັກງານຕັ້ງຢູ່ຝລັ່ງ ກໍ່ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ກ່າວປະນາມເຫດການກໍ່ການຮ້າຍດັ່ງກ່າວ.