ບັນດາແຂວງ,ນະຄອນໃນເຂດທິດຕາເວັນຕົກພາກໃຕ້ຕ້ອງເພີ່ມທະວີປະຕິບັດການເຊື່ອມຕໍ່ເຂດ
ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້
ເວືອງດິ່ງເຫ້ວ, ກ່າວຄຳເຫັນທີ່ກອວປະຊຸມ
(ພາບ: sggp.org.vn)
(vovworld) - ວັນທີ 11/07, ຢູ່ນະຄອນເກີນເທີ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໄດ້ຈັດກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ໃນ 6 ເດືອນທ້າຍປີ 2016. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງໝາກຜົນດ້ານເສດຖະກິດ, ສັງຄົມທີ່ບັນລຸໄດ້ ແລະ ຄວາມມານະພະຍາຍາມສູງຂອງບັນດາແຂວງ, ນະຄອນໃນເຂດທິດຕາເວັນຕົກພາກໃຕ້. ສຳລັບໜ້າທີ່, ທິດທາງໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນປະຕິບັດຕາມມະຕິເລກທີ 01 ຂອງລັດຖະບານ ກ່ຽວກັບແຜນການພັດທະນາເສດຖະກິດ, ສັງຄົມປີ 2016, ມະຕິກ່ຽວກັບການສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ສ້າງເງື່ອນໄຂໃຫ້ວິສາຫະກິດພັດທະນາ; ຍູ້ແຮງວຽກງານປ່ອຍເງິນບັນດາແຫຼ່ງທຶນພາກລັດ… ບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນທິດຕາເວັນຕົກພາກໃຕ້ ຕ້ອງເພີ່ມທະວີການປະຕິບັດວຽກງານເຊື່ອມຕໍ່ເຂດ. ໃນໄລຍະຈະມາເຖິງ, ຄະນະຊີ້ນຳທິດຕາເວັນຕົກພາກໃຕ້ ຈະເປັນເຈົ້າການຈັດຕັ້ງບັນດາກອງປະຊຸມກ່ຽວກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ກໍ່ສ້າງຊົນນະບົດໃໝ່, ຍູ້ແຮງການເຊື່ອມຕໍ່ຮ່ວມມື, ດຶງດູດການລົງທຶນພັດທະນາ ໜູນຊ່ວຍວິສາຫະກິດ ແລະ ໜູນຊ່ວຍຄົນທຸກຍາກເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ…