ບັນດາແຂວງເຂດຕາເວັນຕົກພາກໃຕ້ຫວຽດນາມ ຊອກຫາມາດຕະການເພື່ອຍົກສູງກຳລັງແກ່ງແຍ້ງໃນສະພາບເຊື່ອມໂຍງ
ການເຄື່ອນໄຫວຂອງທ່ານປະທານປະເທດ ເຈືອງເຕີນຊາງ
ຢູ່ເຂດຕາເວັນຕົກພາກໃຕ້ຫວຽດນາມ
(ພາບ: SGGP)
(vovworld) – ບັນດາແຂວງເຂດຕາເວັນຕົກພາກໃຕ້ຫວຽດນາມ ຊອກຫາມາດຕະການເພື່ອຍົກສູງກຳລັງແກ່ງແຍ້ງໃນສະພາບເຊື່ອມໂຍງ. ນີ້ແມ່ນຄຳຊີ້ນຳຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ທີ່ການເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຫວຽດນາມ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ, ເຊິ່ງດຳເນີນໃນວັນທີ 29/01, ຢູ່ແຂວງເກີນເທີ. ທ່ານປະທານປະເທດຊີ້ແຈ້ງວ່າ ປີ 2015 ແມ່ນປີສຸດທ້າຍແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ກໍ່ແມ່ນປີມີຄວາມສະດວກຫຼາຍຢ່າງ ແຕ່ກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ແມ່ນນ້ອຍຈາກການເຊື່ອມໂຍງ, ໃນນັ້ນມີບັນດາສັນຍາການຄ້າເສລີລະຫວ່າງອາຊຽນ ແລະ ອາຊຽນ - ຈີນ… ສະນັ້ນ, ບັນດາແຂວງເຂດຕາເວັນຕົກພາກໃຕ້ຫວຽດນາມ ຕ້ອງຍົກສູງສະມັດຕະພາບ ແລະ ຄຸນນະພາບແນວປູກ, ສັດລ້ຽງ, ສ້າງໂຄງປະກອບກະສິກຳຄືນໃໝ່, ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີ ເຂົ້າໃນການຜະລິດ ເພື່ອສາມາດແກ່ງແຍ້ງ, ຍົກສູງລະດັບເຕີບໂຕຂອງພາກພື້ນ. ທ່ານປະທານປະເທດ ເຈືອງເຕີນຊາງ ກ່າວວ່າ.
“ພວກເຮົາຕ້ອງກະກຽມທຸກຢ່າງເພື່ອເຊື່ອມໂຍງເຂົ້າກັບສາກົນຢ່າງມີໄຊ. ບັນດາປັດໃຈສາມາດກໍ່ຄວາມເສຍຫາຍເຖິງພື້ນຖານເສດຖະກິດເມື່ອເຊື່ອມໂຍງນັ້ນ, ນັບແຕ່ນີ້ເປັນຕົ້ນໄປຕ້ອງກວດກາໃຫ້ລະອຽດ, ນັບທັງມາດຕະການຫັນປ່ຽນໂຄງປະກອບ. ອັນໃດຍັງອ່ອນ, ບໍ່ສາມາດແກ່ງແຍ້ງໄດ້ ຕ້ອງຊອກຫາທຸກວິທີເພື່ອສາມາດແກ່ງແຍ້ງໄດ້, ບໍ່ແມ່ນເສັ້ນທາງເກື້ອກູນ”.