(vovworld) – ບໍລິສັດ PTV ຈຳກັດ, ເຊິ່ງແມ່ນວິສາຫະກິດ ສ.ເກົາຫຼີ ທີ່ພວມລົງທຶນຢູ່ ຫວຽດນາມ ໃນຂົງເຂດ Logistic, ຫາກໍລົງນາມໃນບົດບັນທຶກອຸປະຖຳກອງທຶນສຶກສາທີ່ມີມູນຄ່າປະມານ 4 ຕື້ດົ່ງ ໃຫ້ມະຫາວິທະຍາໄລ Inha, ສ.ເກົາຫຼີ, ເພື່ອບຳລຸງສ້າງບັນດານັກສຶກສາຫວຽດນາມ ທີ່ພວມຮຳ່ຮຽນຢູ່ ສ.ເກົາຫຼີ. ດ້ວຍກອງທຶນສຶກສານີ້, ບັນດານັກຮຽນ ຫວຽດນາມ ທີ່ພວມຮຳ່ຮຽນຂະແໜງ Logistic ຢູ່ ມະຫາວິທະຍາໄລ Inha ສາມາດເຂົ້າຮ່ວມໂຄງການບຳລຸງສ້າງມາດສເຕີ ເພື່ອຮັບໃບປະກາດປະລິຍາໂທ ກ່ຽວກັບຂະແໜງນີ້.
ກ່າວຄຳເຫັນທີ່ພິທີລົງນາມໃນສັນຍາ, ຜູ້ອຳນວຍການມະຫາວິທະຍາໄລ Inha Chue Sun-ja ເນັ້ນໜັກວ່າ: ດ້ວຍເລື່ອງລົງນາມໃນສັນຍາການຄ້າເສລີ (FTA), ວິວັດການແລກປ່ຽນແຫຼ່ງຊັບພະຍາກອນມະນຸດ ລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຈະນັບມື້ນັບໄດ້ຮັບການເປີດກ້ວາງ. ທ່ານຫວັງວ່າ: ບັນດານັກສຶກສາ ຫວຽດນາມ ທີ່ຮຳ່ຮຽນຢູ່ ສ.ເກົາຫຼີ ພາຍຫຼັງເສັງຈົບມະຫາວິທະຍາໄລກັບເມືອປະເທດ ຈະປະກອບສ່ວນເຂົ້າໃນຜົນສຳເລັດຂອງບັນດາວິສາຫະກິດ ສ.ເກົາຫຼີ ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ ໃນຂົງເຂດນີ້.