(ພາບປະກອບ)
(vovworld) - ກ່ຽວກັບການຜັນຂະຫຍາຍບ້ວງສິນເຊື່ອ 30.000 ຕື້ດົງ ທີ່ໜູນຊ່ວຍໃຫ້ແກ່ຕະຫຼາດອະສັງຫາລິມະຊັບ, ທ່ານລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຈິ້ງດິ່ງຢຸງ ຢືນຢັນວ່າ ກະຊວງກໍ່ສ້າງ ພວມພ້ອມກັບບັນດາທ້ອງຖິ່ນ, ບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດປະຕິບັດຢ່າງຖືກທິດ ຕາມມະຕິຂອງລັດຖະບານ. ຕາມທ່ານ ຈິ້ງດິ່ງຢຸງ ແລ້ວ, ບ້ວງສິນເຊື່ອ 30.000 ຕື້ດົງ ແມ່ນບ້ວງເງິນທຳອິດປະຕິບັດນະໂຍບາຍເຮືອນຢູ່ສັງຄົມ ເຊິ່ງພັກ ແລະ ລັດເອົາໃຈໃສ່ເປັນພິເສດ. ກະຊວງກໍ່ສ້າງ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອແກ້ໄຂບັນດາຂໍ້ຕິດຂັດສິ່ງຄ້າງຄ່າ ແລະ ພັດທະນາເຮືອນຢູ່ສັງຄົມໃຫ້ແກ່ປະຊາຊົນໄດ້ຫຼາຍກວ່າ, ພ້ອມທັງສືບຕໍ່ຄົ້ນຄວ້າບັນດາບັນຫາເຊິ່ງສະພາບຕົວຈິງພວມຮຽກຮ້ອງ. ນີ້ແມ່ນບ້ວງເງິນທຳອິດ ສະນັ້ນຕ້ອງທັງປະຕິບັດ, ທັງປັບປຸງເພື່ອໃຫ້ບັນດານະໂຍບາຍ, ລະບຽບການຮັບປະກັນຢ່າງງ່າຍດ່າຍ ພ້ອມທັງຕ້ອງຄຸ້ມຄອງເລື່ອງນຳໃຊ້ບ້ວງສິນເຊື່ອຢ່າງມີປະສິດທິຜົນ, ກະຈາງແຈ້ງໃຫ້ໄດ້.