ປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ອວາຍໜ້າສູ່ພາກກາງ
(VOVWORLD) -ບັນດາອົງການຄະນະ, ສະມາຄົມ ແລະ ສ່ວນບຸກຄົນ ບໍລິຈາກເງິນໄດ້ປະມານ 600 ລ້ານດົ່ງ.
ປະຊາຊົນເຂດພາກກາງຖືກຜົນກະທົບຢ່າງໜັກໜ່ວງຈາກຝົນຕົກ, ນ້ຳຖ້ວມ (ພາບ: TTXVN) |
ສະຖານທູດ ຫວຽດນາມ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ໄດ້ຕັ້ງໜ້າຮຽກຮ້ອງ, ຈັດຕັ້ງການບໍລິຈາກເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ. ໄລ່ຮອດວັນທີ 27 ຕຸລາ, ບັນດາອົງການຄະນະ, ສະມາຄົມ ແລະ ສ່ວນບຸກຄົນ ບໍລິຈາກເງິນໄດ້ປະມານ 600 ລ້ານດົ່ງ. ຈໍານວນເງິນດັ່ງກ່າວ ຈະໄດ້ສົ່ງກັບເມືອປະເທດ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມ ໂດຍສະເພາະແມ່ນບັນດາຄອບຄົວທຸກຍາກ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້.