ປະຊາຄົມສາກົນກ່າວປະນາມຢ່າງຮຸນແຮງຕໍ່ເຫດການກໍ່ການຮ້າຍຢູ່ອາບການິດສະຖານ
ປະຊາຄົມສາກົນກ່າວປະນາມຢ່າງຮຸນແຮງ
ຕໍ່ເຫດການກໍ່ການຮ້າຍຢູ່ອາບການິດສະຖານ
(ພາບ: Reuters/TTXVN)
(vovworld) - ວັນທີິ 19/04, ທ່ານປະທານາທິບໍດີອາບການິດສະຖານ Ashraf Ghani, ເຈົ້າໜ້າທີ່ບໍລິຫານຂັ້ນສູງອາບການິດສະຖານ (ຕຳແໜ່ງເທົ່າທຽມກັບນາຍົກລັດຖະມົນຕີ) ທ່ານ Abdullah Abdullah, ແລະ ທ່ານອະດີດປະທານາທິບໍດີ Hamid Karzai, ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ເຫດວາງລະເບີດສະຫຼະຊີບ ແລະ ການຍິງປະທະກັນທີ່ເກີດຂຶ້ນກ່ອນນັ້ນໜຶ່ງວັນ ຢູ່ນະຄອນຫຼວງ Kabul ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດ 30 ຄົນເສຍຊີວິດ ແລະ ກວ່າ 320 ຄົນໄດ້ຮັບບາດເຈັບ. ທ່ານປະທານາທິບໍດີ Ashraf Ghani ແລະ ທ່ານອະດີດປະທານາທິບໍດີ Hamid Karzai ລ້ວນແຕ່ຖືວ່ານີ້ແມ່ນການກະທຳກໍ່ການຮ້າຍ.
ແລະກໍໃນວັນດຽວກັນ, ກ່າວຄຳເຫັນຕໍ່ວົງການນັກຂ່າວ ໃນຂະນະທີ່ພວມຢ້ຽມຢາມ La Hay, ປະເທດໂຮນລັງ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Monn ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ການບຸກໂຈມຕີກໍ່ການຮ້າຍ ແລະ ສົ່ງຄຳແບ່ງເບົາຄວາມເສົ້າສະລົດໃຈຢ່າງເລິກເຊິ່ງມາຍັງບັນດາຄອບຄົວຜູ້ຖືກເຄາະຮ້າຍ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີປາກິດສະຖານ Nawaz Sharif ສະເໜີສົມທົບກັບອາບການິດສະຖານ ເພື່ອຮັບມືກັບໄພນາບຂູ່ກໍ່ການຮ້າຍ. ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi, ສະຖານທູດອາເມລິກາປະຈຳ ອາບການິດສະຖານ, ຄະນະປະຕິບັດງານໜູນຊ່ວຍສະຫະປະຊາຊາດປະຈຳ ອາບການິດສະຖານ ກໍອອກຖະແຫຼງການກ່າວປະນາມເຫດການກໍ່ການຮ້າຍດັ່ງກ່າວ.