ປະທານປະເທດຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍແລະຝະລັ່ງ
ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານລັດຖະມົນຕີ
ກະຊວງປ້ອງກັນປະເທດ ຝະລັ່ງ Jean – Yves Le Drian
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ຕອນບ່າຍວັນທີ 06/06, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝະລັ່ງ Jean – Yves Le Drian ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢືນຢັນວ່າ: ທິດທາງການຕ່າງປະເທດເອກະລາດ ເປັນເຈົ້າຕົນເອງ, ຫັນເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ, ຍູ້ແຮງການພົວພັນຮ່ວມມືກັບບັນດາປະເທດມະຫາອຳນາດ, ໃນນັ້ນມີສາທາລະນະລັດ ຝະລັ່ງ - ກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ, ເຊິ່ງແມ່ນປະເທດມະຫາອຳນາດມີຜົນປະໂຫຍດ ແລະ ຜົນສະທ້ອນຢູ່ ອາຊີ - ປາຊີຟິກ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ ເພື່ອໃຫ້ ຝະລັ່ງ ຈະເພີ່ມທະວີການຮ່ວມມືກັບ ອາຊຽນ. ທ່ານປະທານປະເທດປາດຖະໜາວ່າ: ລັດຖະບານ ຝະລັ່ງ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ. ທ່ານປະທານປະເທດສະເໜີວ່າ: ກະຊວງປ້ອງກັນປະເທດ 2 ປະເທດຄວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດກ່ວາອີກ ຜ່ານນັ້ນ ຊຸກຍູ້ການພົວພັນດ້ານປ້ອງກັນຊາດ ລະຫວ່າງ 2 ປະເທດ ໃຫ້ກາຍເປັນແບບຢ່າງໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝະລັ່ງ Jean – Yves Le Drian ຢືນຢັນວ່າ: ຫວຽດນາມ ນັບມື້ນັບມີທີ່ຕັ້ງສຳຄັນໃນເວທີສາກົນ, ພິເສດແມ່ນມີບົດບາດສຳຄັນໃນວິວັດ ການສ້າງຕັ້ງສະມາຄົມ ອາຊຽນ. ທ່ານລັດຖະມົນຕີ Jean – Yves Le Drian ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຫລາຍດ້ານ, ພິເສດແມ່ນການຮ່ວມມືໃນຂົງເຂດປ້ອງກັນຊາດ.
ແລະໃນວັນດຽວກັນ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Manohar Parrika ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ພັກ, ລັດ ຫວຽດນາມ ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ກະຊວງປ້ອງກັນປະເທດ 2 ປະເທດຮ່ວມມືນັບມື້ນັບດີກວ່າ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດອຸດົມສົມບູນ ແລະ ເລິກເຊິ່ງກວ່າ. ສ່ວນທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Manohar Parrika ເຊື່ອໝັ້ນວ່າ: ບົນພື້ນຖານຄວາມຕັດສິນໃຈດ້ານການເມືອງສູງຂອງ 2 ລັດ, ການພົວພັນຮ່ວມມືມິດຕະພາບຍຸດທະສາດ ຫວຽດນາມ - ອິນເດຍ ກໍ່ຄືການພົວພັນລະຫວ່າງ 2 ກະຊວງປ້ອງກັນປະເທດນັບມື້ນັບພັດທະນາແບບຍືນຍົງ.