(ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ
ພົບປະກັບທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev)
(vovworld) – ທີ່ການພົບປະໃນວັນທີ 18/11, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev ຢູ່ນອກກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ມານີລາ ຟີລິບປິນ, ທ່ານປະທານປະເທດ ເຈືອງເຕີ່ນຊາງ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າປີ 2015, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ແທດຈິງ, ພິເສດແມ່ນການລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ - ເອີລົບ ປະກອບສ່ວນເຊື່ອມຕໍ່ເສດຖະກິດຂອງ 2 ປະເທດຢ່າງແໜ້ນແຟ້ນ, ພ້ອມທັງ ສ້າງພະລັງແຮງໃໝ່, ຕິດພັນກັບ ລັດເຊຍ ແລະ ພັນທະມິດກັບປະຊາຄົມ ອາຊຽນ. ໃນສະພາວະນັ້ນ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຖືວ່າ: ຄວາມຮຽກຮ້ອງອັນຮີບດ່ວນທີ່ວາງອອກແມ່ນ ຄວນສືບຕໍ່ປະຕິບັດ ແລະ ຜັນຂະຫຍາຍບັນດາການເຈລະຈາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສະຫະພັນລັດເຊຍໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ກໍສະເໜີ ລັດເຊຍ, ດ້ວຍຖານະເປັນແກ່ນສານໃນພັນທະມິດເສດຖະກິດ ອາຊີ - ເອີລົບ, ຊຸກຍູ້ບັນດາສະມາຊິກອື່ນໆ ເຊັນອະນຸມັດໂດຍໄວ ເພື່ອນຳ FTA ເຂົ້າໃນການປະຕິບັດ. ການນຳ 2 ທ່ານເຫັນດີເປັນເອກະສັນ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ ຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາອີກ, ພິເສດແມ່ນໃນບັນດາຂົງເຂດ ພະລັງງານ, ນ້ຳມັນອາຍແກັສ, ສ້າງຄວາມສະດວກໃຫ້ການເຄື່ອນໄຫວຊຳລະ ເພື່ອຊຸກຍູ້ການຄ້າ 2 ສົ້ນ ແລະ ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ກໍສະເໜີທ່ານນາຍົກລັດຖະມົນຕີ Medvedev ສະໜັບສະໜູນ ຫວຽດນາມ ຈັດຕັ້ງປີ APEC ຫວຽດນາມ 2017 ໃຫ້ສຳເລັດຜົນ.
ແລະກໍໃນວັນທີ່ 18/11, ຢູ່ນອກກອງປະຊຸມຂັ້ນສູງ APEC, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຍັງມີການພົບປະກັບທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ແລະ ທ່ານປະທານາທິບໍດີ ໂກໂລມເບຍ Juan Manuel Santos ເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍ.